ຫວຽດນາມ-ຍີ່ປຸ່ນ ຮ່ວມມືແກ້ໄຂ້ຜົນຮ້ານຍ້ອນຫຼັງຈາກສົງຄາມ
ຕາມຂ່າວຈາກໜັງສືພິມ ກອງທັບປະຊາຊົນຫວຽດນາມ ລາຍງານເມື່ອວັນທີ 14 ສິງຫາ 2019 ນີ້ວ່າ: ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຫງວຽນ
ຈິ້ ຫວິງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບ ທ່ານ ຄຸນິໂອະ ຢູມິດະ ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳຫວຽດນາມ.
ໃນທີ່ການຕ້ອນຮັບ, ທ່ານ ພົນໂທ ຫງວຽນຈິ້ຫວິງ ແລະ ທ່ານ ຄຸນິໂອະ ຢູມິດະ ໄດ້ແລກປ່ຽນກ່ຽວກັບການຮ່ວມມືແກ້ໄຂຜົນຮ້າຍຍ້ອນຫຼັງຈາກລະເບີດຍັງບໍ່ທັນແຕກ
ແລະ ທາດພິດສີສົ້ມ/ດີໂອຊິນ ພາຍຫຼັງສົງຄາມຢູ່ຫວຽດນາມ. ພ້ອມນັ້ນ ທ່ານ ພົນໂທ ຫງວຽນ ຈິ້ ຫວິງ ໄດ້ຢັ້ງຢືນວ່າ: ຍີ່ປຸ່ນ ແມ່ນໜຶ່ງໃນບັນດາປະເທດຊ່ວຍເຫຼືອຫວຽດ
ນາມແກ້ໄຂຜົນຮ້າຍຍ້ອນຫຼັງຈາກສົງຄາມດ້ວຍຈິດໃຈທີ່ມີຄວາມເຈດຕະນາດີ, ເປັນເຈົ້າການ ແລະ ມີປະສິດທິຜົນທີ່ສຸດ, ສະເໜີໃຫ້ບັນດາອົງການຂອງຍີ່ປຸ່ນ ສົມທົບກໍ່
ສ້າງແຜນການຮ່ວມມືໃນໄລຍະສັ້ນ ແລະ ໄລຍະຍາວກ່ຽວກັບການ ແກ້ໄຂຜົນຮ້າຍຍ້ອນຫຼັງຈາກສົງຄາມ.
ທ່ານຍັງໄດ້ກ່າວຕື່ມວ່າ: ສອງຝ່າຍຈະຕັ້ງໜ້າຍູ້ແຮງການຮ່ວມມື ດ້ານປ້ອງກັນຊາດສອງຝ່າຍຕາມບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມແລ້ວ, ໃນນັ້ນ ຕ້ອງເອົາໃຈໃສ່
ເຖິງການຮ່ວມມືບຳລຸງສ້າງ ແລະ ແກ້ໄຂຜົນຮ້າຍຍ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ໃຫ້ຫຼາຍກ່ວາເກົ່າອີກ. ກະຊວງປະກັນປະເທດຫວຽດນາມ ຍາມໃດກໍສະໜັບສະໜູນ
ຍີ່ປຸ່ນເພີ່ມທະວີການຮ່ວມມືກັບອາຊຽນ, ສະເໜີໃຫ້ຍີ່ປຸ່ນຕັ້ງໜ້າເຂົ້າຮ່ວມສະໜັບສະໜູນບັນດາຂໍ້ລິເລີ່ມຂອງຫວຽດນາມ, ທາບທາມ ຄຳເຫັນຊ່ວຍໃຫ້ຫວຽດນາມຈັດຕັ້ງ
ສຳເລັດບັນດາກອງປະຊຸມ ແລະ ບັນ ດາການເຄື່ອນໄຫວໃນປີທີ່ຫວຽດນາມດໍາລົງຕໍາແໜ່ງເປັນປະທານອາຊຽນ ໃນປີ 2020.