ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະຊາຊົນ ​ໂກລົມບີ ​ໂຮມ​ຊຸມນມ​ປະ​ທ້ວງເພື່ອ​ຕໍ່ຕ້ານ​ຄວາມ​ຮຸນ​ແຮງ


ປະຊາຊົນ​ ​ໂກລົມບີ ໂຮມ​ຊຸມນຸມ​ປະ​ທ້ວງ

     ສໍານັກຂ່າວ ຊິນຮ່ວາ ລາຍງານເມື່ອ ວັນທີ 14 ກັນຍາ ໂດຍອ້າງຈາກຫຼາຍແຫຼ່ງຂ່າວຂອງປະເທດໂກລົມບີ ວ່າ: ຜູ້ປະທ້ວງໃນປະເທດ ໂກລົມບີ ໄດ້ຮວມຕົວກັນຊຸມ
ນຸມປະທ້ວງຢ່າງຕໍ່ເນື່ອງທີ່ນະຄອນຫຼວງ ໂບໂກຕາ ແລະ ຫຼາຍເມືອງທົ່ວປະເທດ ເພື່ອຕໍ່ຕ້ານການໃຊ້ຄວາມຮຸນແຮງຂອງເຈົ້າໜ້າທີ່ຕໍາຫຼວດ, ເຊິ່ງການຊຸມນຸມປະທ້ວງມີິຂຶ້ນ
ຫຼັງຈາກທີ່ນັກກົດໝາຍຜູ້ໜຶ່ງເສຍຊີວິດຂະນະທີ່ຖືກຄຸມຂັງຢູ່ຄຸກພາຍໃນປະເທດ. ນັບຕັ້ງແຕ່ເກີດມີການຊຸມນຸມປະທ້ວງເປັນຕົ້ນມາເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10
ຄົນ. ພ້ອມນັ້ນ, ຍັງມີສະຖານີຕໍາຫຼວດ ຫຼາຍກວ່າ 60 ແຫ່ງຖືກກຸ່ມຜູ້ປະທ້ວງບຸກທໍາລາຍ ແລະ ໃຊ້ໄຟຈູດເຜົາສະຖານທີ່ດັ່ງກ່າວ.

     ສື່ທ້ອງຖິ່ນຂອງປະເທດ ໂກລົມບີ ລາຍງານຕື່ມອີກວ່າ: ຜູ້ກໍ່ເຫດຈາລະຈົນຍັງຈີ້ ແລະ ບັງຄັບໃຫ້ຜູ້ຂັບ ລົດເມຄັນໜຶ່ງແລ່ນໄປຕໍາເອົາຜູ້ຍິງຄົນໜຶ່ງທີ່ກໍາລັງຍ່າງຢູ່ຕາມ
ຖະໜົນຈົນເສຍຊີວິດຄາທີ່. ນອກຈາກນັ້ນ, ຍັງເກີດເຫດປະທະກັນລະຫວ່າງຜູ້ປະທ້ວງ ແລະ ຝ່າຍຕໍາຫຼວດໃນຫຼາຍເມືອງໃນຂອບເຂດທົ່ວປະເທດ, ສ່ວນທາງດ້ານກະຊວງ
ປ້ອງກັນປະເທດ ໂກລົມບີ ລາຍງານວ່າ: ໃນໄລຍະ 2-3 ວັນທີ່ຜ່ານມາມີພົນລະເຮືອນ ຢ່າງໜ້ອຍ 209 ຄົນ ແລະ ເຈົ້າໜ້າທີ່ຕໍາຫຼວດ ອີກ 194 ຄົນ ໄດ້ຮັບບາດເຈັບຈາກ
ການປະທະກັນ ລະຫວ່າງເຈົ້າໜ້າທີ່ກັບຜູ້ຊຸມນຸມປະທ້ວງ.