ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມຂ້າໝູກວ່າ 1 ລ້ານ​ໂຕ​ ເພື່ອ​ຄວບ​ຄຸມ​ການລະບາດ​ເຊື້ອ​ໂລກ​ອະຫິວາ


     ນັກຂ່າວ AP ລາຍງານເມື່ອວັນທີ 14 ພຶດສະພາ 2019 ໂດຍອີງຈາກຫຼາຍແຫຼ່ງຂ່າວຂອງປະເທດຫວຽດນາມວ່າ: ກະຊວງກະສິກໍາຂອງຫວຽດນາມອອກຖະແຫລງ
ການເມື່ອວັນຈັນທີ່ຜ່ານມາ, ເລື່ອງການຂ້າໝູຫຼາຍກວ່າ 1,2 ລ້ານໂຕຈາກຟາມໃນ 29 ແຂວງ ຈາກທັງໝົດ 58 ແຂວງລວມໄປເຖິງໃນແຂວງດົງນາຍທີ່ຢູ່ທາງພາກຕາ
ເວັນອອກສ່ຽງໃຕ້ຂອງປະເທດ. ເຊິ່ງເປັນແຫຼ່ງເພາະລ້ຽງ ແລະ ສົ່ງອອກໝູລາຍໃຫຍ່ທີ່ສຸດຂອງຫວຽດນາມຄິດເປັນສັດສ່ວນສະເລ່ຍ 40% ຂອງຊີ້ນໝູທີ່ຫວຽດນາມສົ່ງ
ອອກໄປຍັງຕ່າງປະເທດໃນແຕ່ລະປີ ແລະ ທີ່ສໍາຄັນຄືປະຊາຊົນສ່ວນຫຼາຍຈະນິຍົມກິນຊີ້ນໝູທີ່ເພາະລ້ຽງເອງ ແລະ ຜະລິດເອງໃນປະເທດ.

     ຄວາມເຄື່ອນໄຫວດັ່ງກ່າວ. ລັດຖະບານຫວຽດນາມເປັນໄປຕາມການປະເມີນຄວາມສ່ຽງຂອງໜ່ວຍງານທີ່ກ່ຽວຂ້ອງກ່ຽວກັບອັດຕາທີ່ເພີ່ມຂຶ້ນຈາກການແພ່ລະບາດ
ຂອງໂລກອະຫິວາໝູອາຟຣິກາ. ເນື່ອງຈາກກະຊວງກະສິກໍາ ແລະ ໜ່ວຍງານທ້ອງຖິ່ນບໍ່ສາມາດຈັດການສະຖານະການເອງໄດ້ຢ່າງມີປະສິດທິພາບ ແລະ ຖືກຫຼັກສາທາລະ
ນະສຸກທີ່ລວມໄປເຖິງການຂ້າ ແລະ ກໍາຈັດກັບໝູທີ່ຕິດເຊື້ອ ຫຼື ຕ້ອງສົງໄສຕິດເຊື້ອ.

     ດ້ານອົງການອາຫານແຫ່ງສະຫະປະຊາຊາດເຄີຍສົ່ງໜັງສືເຖິງລັດຖະບານຫວຽດນາມເມື່ອເດືອນ ມີນາ ທີ່ຜ່ານມາ, ແນະນໍາໃຫ້ປະກາດສະຖານະການສຸກເສີນການແພ່
ລະບາດຂອງໂລກອະຫິວາໝູແຕ່ຍັງບໍ່ຊັດເຈນວ່າມີການຕອບສະໜອງຫຼາຍໜ້ອຍພຽງໃດ. ຄະນະນີ້ສິງກະໂປປະກາດລະງັບນໍາເຂົ້າຊີ້ນໝູຈາກປະເທດຫວຽດນາມແລ້ວ.