ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ນໍາສະຫະລັດ ສັ່ງ​ຈຳກັດ​ການ​ໃຊ້​ໂດຣນໂຈມ​ຕີນ​ອກພື້ນ​ທີ່


ປະທານາທິບໍດີໂຈໄບເດນ

     ສໍານັກຂ່າວຕ່າງປະເທດລາຍງານໃນ ວັນທີ 12 ມີນາ ວ່າ: ທ່ານ ຈອນສັນ ຄໍບີ ໂຄສົກ ກະຊວງປ້ອງກັນປະເທດສະຫະລັດ ກ່າວວ່າ; ປະທານາທິບໍດີ
ໂຈ ໄບເດນ ມີຄໍາສັ່ງໃຫ້ລະງັບການໃຊ້ໂດຣນໂຈມຕີທາງທະຫານ ຕໍ່ເປົ້າໝາຍສະເພາະເຈາະຈົງ ທີ່ເປັນການໃຊ້ເຮືອບິນບໍ່ມີຄົນຂັບ ນອກພື້ນທີ່ ສົງຄາມ.
ໝາຍຄວາມວ່າຈາກນີ້ໄປ ຈະບໍ່ມີການໃຊ້ ໂດຣນໂຈມຕີນອກພື້ນທີ່ອີກຈົນກ່ວາຈະມີຄໍາສັ່ງປ່ຽນແປງ. ຖ້າປະຕິບັດການດັ່ງກ່າວຢູ່ນອກພື້ນທີ່ເຊັ່ນ: ຊີຣີ, ອີ
ຣັກ ແລະ ອາຟະການິດສະຖານຕ້ອງໄດ້ຜ່ານການພິຈາລະນາ ແລະ ເຫັນດີຈາກຜູ້ນໍາສະຫະລັດກ່ອນ.

     ການເຄື່ອນໄຫວດັ່ງກ່າວ ຖືເປັນການກັບມາໃຊ້ຄໍາສັ່ງເດີມ ໃນຍຸກປະທານາທິບໍດີ ບາຣັກ ໂອບາມາ, ຜູ້ນໍາຄົນຕໍ່ມາຄື ໂດນັນ ທຣໍາ ໄດ້ສັ່ງຍົກເລີກ
ແລ້ວມອບອໍານາດໃຫ້ແກ່ກອງທັບ ແລະ ສໍານັກຂ່າວສືບລັບ ໂດຍ ທຣໍາ ກ່າວວ່າ: ເຂົາໄວ້ໃຈຝ່າຍປະຕິບັດການພາກສະໜາມ.

     ຫຼັງຈາກນັ້ນ, ການໂຈມຕີດ້ວຍໂດຣນຂອງກອງ ທັບສະຫະລັດ ໃນປະເທດ ໂຊມາລີ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຖິງແມ່ນວ່າປະເທດນີ້ ຈະມີທະຫານ ອາເມ
ຣິກາ ປະຈໍາການພຽງຈໍານວນໜ້ອຍກໍຕາມ, ແຕ່ກອງທັບສະຫະລັດອ້າງວ່າ: ເປັນການປາບປາມກຸ່ມກໍ່ການຮ້າຍອານ​ໄກ​ດາໃນທ່າມກາງຫຼາຍອົງກອນລວມ
ທັງອົງກອນ ສິດທິມະນຸດວິຈານຢ່າງໜັກວ່າ ມີພົນລະເຮືອນເສຍຊີວິດເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກການໃຊ້ໂດຣນ ກອງທັບສະຫະລັດ ໂຈມຕີໃນແຕ່ລະຄັ້ງ.