ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສິ່ງ​ທ້າ​ທາຍ​ໃຫ່ຍສຳລັບ ​ອາຊຽນ ​ໃນ​ປີ 2021 ຄື​ການ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ


     ຂະແໜງວິທະຍາແຫ່ງຊາດ ຫວຽດນາມ ລາຍງານໃນ ວັນທີ 12 ກຸມພາ ນີ້ວ່າ: ພະຍາດໂຄວິດ-19 ແລະ ຜົນກະທົບຂອງມັນຍັງຄົງແມ່ນສິ່ງທ້າທາຍ
ໃຫຍ່ສຳລັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນປີ 2021 ນັ້ນແມ່ນໝາກຜົນການສຳຫຼວດ ໂດຍສູນຄົ້ນຄວ້າອາຊຽນສັງກັດສະຖາບັນຄົ້ນຄວ້າ ອາຊີຕາ
ເວັນອອກສ່ຽງໃຕ້ມີສຳນັກງານຕັ້ງຢູ່ ສິງກະໂປ ປະກາດໃນວັນທີ 10 ກຸມພາ. ການສຳຫຼວດໄດ້ດຳເນີນຢູ່ 10 ປະເທດສະມາຊິກອາຊຽນ ດ້ວຍການສຳຫຼວດ
ສອບຖາມຈຳນວນ 1.032 ຄົນ ສ່ວນຫຼາຍແມ່ນນັກຮຽນຮູ້, ປະຊາຄົມວິສາຫະກິດ ແລະ ນັກຂ່າວ.

     ຜົນສຳຫຼວດເກືອບ 80% ໃຫ້ທັດສະນະດຽວກັນວ່າ: ໄພຂົ່ມຂູ່ຂອງພະຍາດ ໂຄວິດ-19 ຕໍ່ສຸຂະພາບຂອງມະນຸດ, ປັດຈຸບັນແມ່ນສິ່ງທ້າທາຍອັນຮີບ
ດ່ວນທີ່ສຸດຂອງພາກພື້ນ. 60,7%ປະຊາຊົນອາຊີຕາເວັນອອກສ່ຽງໃຕ້ ເຫັນດີຕໍ່ມາດຕະການປ້ອງກັນຕ້ານພະຍາດລະບາດຂອງລັດຖະບານ. ການສຳຫຼວດ
ກໍໃຫ້ເຫັນວ່າ: ສ່ວນຫຼາຍເຂົາເຈົ້າມີຄວາມວິຕົກກັງວົນຕໍ່ສະພາບການຢູ່ ທະເລຕາເວັນອອກ ແລະ ສະໜັບສະໜູນຫຼັກການເຄົາລົບກົດໝາຍສາກົນໃນບັນ
ຫານີ້.