ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ຜ່ອນຄາຍມາດຕະການຈໍາກັດການເຂົ້າປະເທດໃຫ້ແກ່ ເອີຣົບ 36 ປະເທດ


     ສໍານັກຂ່າວຊິນຮວາລາຍງານເມື່ອວັນທີ 13 ສິງຫາ ນີ້ວ່າ: ທາງການຈີນໄດ້ຜ່ອນຄາຍມາດຕະ ການຈໍາກັດການເຂົ້າປະເທດໃຫ້ແກ່ພົນລະເມືອງເຂດທະວີບ ເອີຣົບ
36 ປະເທດ ຫຼັງຈາກມີຜູ້ຄົນຈໍານວນຫຼາຍຕົກຄ້າງໃນປະເທດ ເນື່ອງຈາກການປິດປະເທດ ແລະ ຫຼຸດຖ້ຽວບິນເຂົ້າອອກເພື່ອເປັນການຄວບຄຸມເຊື້ອໄວຣັສໂຄວິດ-19.

     ປະເທດຈີນ ໄດ້ປິດປະເທດຕັ້ງແຕ່ເດືອນ ມີນາ ໂດຍຫ້າມບໍ່ໃຫ້ຊາວຕ່າງປະເທດ ເກືອບທຸກປະ ເທດ ເຂົ້າປະເທດລວມທັງຜູ້ທີ່ເຮັດວຽກຢູ່ໃນຈີນທີ່ມີໃບອະນຸຍາດ ແລະ
ຜູ້ທີ່ມີຄອບຄົວຢູ່ໃນປະເທດຈີນ ແຕ່ໃນຂະນະນີ້ທາງການຈີນ ໄດ້ອອກມາປະກາດວ່າ: ຈະຜ່ອນຄາຍມາດຕະການລະບຽບການເຂົ້າ-ອອກປະເທດບາງປະການໃຫ້ແກ່ພົນລະ
ເມືອງເຂດ ເອີຣົບ.

     ຫຼ້າສຸດສະຖານທູດຈີນ ໃນປະເທດ ເຢຍລະມັນ ອອກມາປະກາດເມື່ອວັນທີ 12 ສິງຫາ ວ່າ, ທາງການມີລະບຽບໃໝ່ໃຫ້ຜູ້ທີ່ມີໜັງສືເດີນທາງມາຈາກ 36 ປະເທດ
ຂອງເອີຣົບ ມີໃບອະນຸຍາດທີ່ຍັງບໍ່ໝົດອາຍຸສາມາດຍື່ນຂໍວີຊ່າເຂົ້າປະເທດຈີນໄດ້, ກ່ອນໜ້ານີ້ຈີນອະນຸຍາດໃຫ້ຄົນງານຕ່າງປະເທດ ເຂົ້າປະເທດໄດ້ພຽງຈໍານວນໜຶ່ງເທົ່າ
ນັ້ນໂດຍຕ້ອງມີໜັງສືຄົບຊຸດ. ທາງກະຊວງການຕ່າງປະເທດຈີນ ໄດ້ອອກມາເປີດເຜີຍວ່າ: ຜູ້ທີ່ມີໜັງສືເດີນທາງມາຈາກເອີຣົບ ຈະສາມາດຍື່ນຂໍວີຊ່າເຂົ້າຈີນໄດ້ໂດຍບໍ່
ຕ້ອງເສຍຄ່າໃຊ້ຈ່າຍ,ຢ່າງໃດກໍຕາມຜູ້ເດີນທາງມາຈາກຕ່າງປະເທດທຸກຄົນຕ້ອງໄດ້ກວດຫາເຊື້ອໄວຣັສໂຄວິດ-19 ແລະ ກັກຕົວ 14 ວັນ. ຂະນະດຽວກັນທາງການຈີນ
ໄດ້ຍົກເລີກການກໍານົດໂຄຕ້າຖ້ຽວບິນເຂົ້າປະເທດກັບບາງສາຍການບິນແລ້ວເຊັ່ນ: ໃຫ້ສາຍການບິນແອຟ໋ອງຊ໌ຂອງ ຝຣັ່ງ ເປີດຖ້ຽວບິນໄດ້ລະຫວ່າງປະເທດ ໃນອາທິດ
ໜຶ່ງແມ່ນ 3 ຖ້ຽວ ບິນເຊິ່ງເລີ່ມຕັ້ງແຕ່ທ້າຍເດືອນນີ້ເປັນຕົ້ນໄປ.