ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ປະ​ທະ​ກັນ​ໃນ ​ເຢ​ເມນ ​ເຮັດ​ໃຫ້​ຜູ້​ເສຍ​ຊີວິດ ​ແລະ ບາດ​ເຈັບ​ຈຳນວນຫຼາຍ


     ສໍານັກຂ່າວ ຊິນຮວ່າ ລາຍງານເມື່ອວັນທີ 13 ສິງຫາ 2019 ນີ້ວ່າ: ທ່ານ ນາງ ລີເຊ ແກຣນເດີ ເຈົ້າໜ້າທີ່ປະສານງານ ວຽກງານມະນຸດສະທຳຂອງອົງການສະຫະປະ
ຊາຊາດປະຈຳ ເຢເມນ ໄດ້ອອກຖະແຫຼງການວ່າ: ນັບແຕ່ວັນທີ 8 ສິງຫາ ເປັນຕົ້ນມາ ໄດ້ເກີດມີການປະທະກັນຢ່າງຮ້າຍ ແຮງເພີ່ມຂຶ້ນເລື້ອຍໆຢູ່ທີ່ນະຄອນ ເອເດນ ໃນປະ
ເທດ ເຢເມນ ເຮັດໃຫ້ມີຜູ້ເສຍຊີວິດ 40 ຄົນ ແລະ ບາດເຈັບ 260 ຄົນ.

     ທ່ານນາງ ແກຣນເດີ ຮຽກຮ້ອງໃຫ້ບັນດາຝ່າຍທີ່ປະທະກັນ ຈົ່ງປະຕິບັດຕາມກົດໝາຍສາກົນ, ຮັກສາຄວາມປອດໄພໃຫ້ປະຊາຊົນ ເຢເມນ. ພ້ອມດຽວກັນນັ້ນ ອົງການ
ມະນຸດສະທຳຍັງຈະສືບຕໍ່ສະໜອງການຊ່ວຍເຫຼືອໃຫ້ປະຊາຊົນ ແລະ ຈະຈັດສົ່ງໜ່ວຍແພດໄປປິ່ນປົວຜູ້ບາດເຈັບ.

     ໃນມື້ດຽວກັນ, ຄະນະກຳມະການເພື່ອການປ່ຽນຜ່ານທາງພາກໃຕ້ ເຢເມນ ໄດ້ອອກຖະແຫຼງການວ່າ: ໄດ້ຢຶດຄອງນະຄອນ ເອເດນ ທີ່ຖືວ່າເປັນນະຄອນຫຼວງຊົ່ວຄາວ
ເຊິ່ງກວມເອົາສຳນັກງານ​ປະທານ​ປະ​ເທດ, ສະໜາມບິນສາກົນ, ທະນາຄານ ກໍຄືອົງການລັດຖະບານ, ພື້ນຖານໂຄງລ່າງຮັບໃຊ້ພົນລະເຮືອນທີ່ສຳຄັນ ແລະ ຈະຕັ້ງໝັ້ນຢູ່ແຫ່ງ
ດັ່ງກ່າວຢ່າງເດັດດ່ຽວໜຽວແໜ້ນ.