ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ຈັບ​ມື​ກັບ ຈີນ ​ໃຫ້​ຫົວ​ເວີ່​ຍຮ່ວມ​ພັດທະນາ 5G ​ໃນ​ປະ​ເທດ

     ຕາມການລາຍງານຂອງ ສໍານັກຂ່າວຊິນຮວາໃນວັນທີ 13 ມິຖຸນາ 2019 ວ່າ: ບໍລິສັດສະມາດໂຟນຫົວເວີ່ຍ (Huawei) ເປັນຍີ່ຫໍ້ດັງອັນດັບໜຶ່ງຂອງໂລກ ກ່ຽວກັບອຸ
ປະກອນເຄືອຂ່າຍໂທລະສັບ ອີກຄັ້ງຍັງເປັນອັນດັບສອງຂອງໂລກດ້ານສະມາດໂຟນຕາມຫຼັງກໍພຽງແຕ່ Samsung ເຈົ້າດຽວເທົ່ານັ້ນ, ແຕ່ສະຫະລັດອາເມຣິກາກໍອອກມາ
ສະກັດດາວລຸ້ງເສຍກ່ອນເຮັດໃຫ້ຄວາມກ້າວໜ້າ ດ້ານ 5G ຊ້າລົງໄປກວ່າເກົ່າເລັກນ້ອຍ.

     ຢ່າງໃດກໍຕາມ ຣັດເຊຍເປັນປະເທດທີ່ບໍ່ໄດ້ສົນໃຈສະຫະລັດອາເມຣິກາປານໃດ ລວມເຖິງຄວາມປອດໄພທີ່ສະຫະລັດກັງວົນ ແລະ ບໍ່ໄດ້ຮັບຜົນກະທົບໃດໆຈາກການທີ່
ສະຫະລັດຫ້າມ Huawei, ຫຼ້າສຸດທັງສອງປະເທດກໍໄດ້ຈັບມືກັນເປັນທີ່ຮຽບຮ້ອຍແລ້ວ.

     ຜູ້ທີ່ໃຫ້ບໍລິການເຄືອຂ່າຍມືຖືໃນຣັດເຊຍ (MTS) ໄດ້ເຊັນສັນຍາກັບ Huawei ແລະ ການເຊັນສັນຍາກັນໃນຄັ້ງນີ້. ບໍ່ແມ່ນພຽງແຕ່ເຮັດໃຫ້ຣັດເຊຍມີຄວາມເຕີບໂຕ
ທາງດ້ານ 5G ເທົ່ານັ້ນ. ທ່ານ ອາເລັກໄຊ ກອນຢາ ປະທານຂອງ MTS ກ່າວວ່າ: ການຮ່ວມມືກັນຄັ້ງນີ້ຍັງນໍາໄປສູ່ການພັດທະນາຄວາມສຳພັນທາງເສດຖະກິດລະຫວ່າງ
ຣັດເຊຍ ແລະ ຈີນ ອີກດ້ວຍ. ທ່ານ ກົວປິງ, ປະທານຄະນະກຳມະການຂອງ Huawei ກ່າວວ່າ: ບໍລິສັດຫົວເວີ່ຍມີຄວາມຍິນດີເປັນຢ່າງຍິ່ງກັບການທີ່ປະທານາທິບໍດີຂອງ
ຣັດເຊຍ ແລະ ຈີນ ພົບກັນຊ່ວຍພິສູດໃຫ້ເຫັນອີກຄັ້ງໜຶ່ງວ່າ: ທັງສອງປະເທດຍັງມີການຮ່ວມມືທາງເທັກໂນໂລຢີທີ່ດີຕໍ່ກັນສະເໝີມາ. ສ່ວນທາງດ້ານ MTS ລະບຸວ່າ: ການ
ຮ່ວມມືໃນຄັ້ງນີ້ໄດ້ຄວບຄຸມການພັດທະນາ 5G ລວມເຖິງເປີດການໃຊ້ງານ 5G ໃນປະເທດ ຣັດເຊຍ ພາຍໃນປີນີ້ໄປຈົນເຖິງປີ 2020 ອີກດ້ວຍ.