ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຸ່ມອີແອັດຊ໌ ( IS )ໂຈມຕີເຈົ້າໜ້າທີ່ທະຫານໃນປະເທດ ນີເຊຣ


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 13 ພຶດສະພາ 2019 ນີ້ວ່າ: ເກີດເຫດຄົນຮ້າຍຫຼອນໂຈມຕີປ້ອມຍາມຂອງເຈົ້າໜ້າທີ່ທະຫານ ທີ່ກຳລັງປະຕິບັດງານຢູ່
ທາງພາກເໜືອຂອງ ເມືອງ ກາຈິແກນນາ ລັດ ບໍໂນ ປະເທດ ນີເຊຣີ ເປັນເຫດໃຫ້ເຈົ້າໜ້າທີ່ທະຫານເສຍຊີວິດ 11 ຄົນ ແລະ ບາດເຈັບຈຳນວນໜຶ່ງ.

     ເຫດການດັ່ງກ່າວເກີດຂຶ້ນໃນຕອນເຊົ້າວັນອາທິດເວລາປະມານ 7 ໂມງ, ໂດຍຄົນຮ້າຍໄດ້ຫຼອນໂຈມຕີແບບເຊິ່ງໜ້າ ແລະ ເປັນເວລາທີ່ເຈົ້າໜ້າທີ່ທະຫານກຳລັງຢູ່ໃນ
ພາວະເຜີຕົວ, ໃຊ້ເວລາປະທະກັນປະມານ 1-2 ຊົ່ວໂມງ ກ່ອນທີ່ກຸ່ມຄົນຮ້າຍຈະຖອຍກຳລັງອອກໄປ. ນອກຈາກນີ້ຄົນຮ້າຍຍັງໄດ້ຈູດບັນດາປ້າຍໂຄສະນາທີ່ກ່ຽວຂ້ອງກັບ
ລັດຖະບານ, ປ້ອມຍາມບາງແຫ່ງ ແລະ ເຜົາສົບຂອງເຈົ້າໜ້າທີ່ທະຫານທີ່ເສຍຊີວິດອີກດ້ວຍ.

     ເຈົ້າໜ້າທີ່ທ້ອງຖິ່ນໄດ້ໃຫ້ຮູ້ວ່າ: ຈາກການປະທະກັນຂອງທັງສອງຝ່າຍໄດ້ເຮັດໃຫ້ເຈົ້າໜ້າທີ່ທະຫານເສຍຊີວິດ 11 ຄົນຈຳນວນໜຶ່ງໄດ້ຮັບບາດເຈັບ ແລະ ໄດ້ນຳສົ່ງ
ໂຮງໝໍທີ່ໃກ້ຄຽງແລ້ວ, ສ່ວນກຸ່ມກໍ່ການຮ້າຍບໍ່ມີລາຍລະອຽດ, ແຕ່ຄາດວ່າຈະມີຜູ້ເສຍຊີວິດຈຳນວນບໍ່ໜ້ອຍ.

     ພາຍຫຼັງເກີດເຫດ ຂ່າວສານອາ​ມາກ AMAQ ຂອງ​ກຸ່ມ​ອີ​ແອັດຊ໌ລາຍງານວ່າ: ກຸ່ມອີ​ແອັດຊ໌ໄດ້ອອກມາສະແດງຄວາມຮັບຜິດຊອບເຖິງເຫດການທີ່ເກີດຂຶ້ນ ແລະ ບໍ່ໄດ້
ລະບຸເຖິງແຮງຈູງໃຈ ຫຼື ເຫດຜົນແຕ່ປະການໃດ.