ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສິ່ງແວດລ້ອມຂອງອົງການສະຫະປະຊາຊາດຄັ້ງທີ 4 ຈັດຂື້ນຢູ່ໄນໂຣບີ


     ໃນວັນທີ 13 ມີນາ 2019 ນີ້: ກອງປະຊຸມສິ່ງແວດລ້ອມຂອງອົງການສະຫະປະຊາຊາດຄັ້ງທີ 4 ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ໄນໂຣບີ ປະເທດເຄນຢາ ໃນວັນທີ 12 ມີ
ນານີ້. ກອງປະຊຸມຈະດຳເນີນໄປເປັນເວລາ 5 ວັນ ໂດຍມີຜູ້ແທນ 4.700 ກວ່າຄົນທີ່ມາຈາກ 170 ກວ່າປະເທດ ແລະ ເຂດແຄ້ວນຂອງໂລກໄດ້ຮ່ວມກັນຄົ້ນຄ້ວາແຜນ
ການແກ້ໄຂດ້ານເຕັກນິກ ແລະ ການປະດິດສ້າງໃໝ່ກ່ຽວກັບບັນຫາສິ່ງແວດລ້ອມ ເພື່ອບັນລຸການບໍລິໂພກ ແລະ ການຜະລິດແບບຍືນຍົງ.

     ກອງປະຊຸມຄັ້ງນີ້ມີ 4.700 ກວ່າຄົນເຂົ້າຮ່ວມ ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດກອງປະຊຸມຄັ້ງນີ້ໄດ້ເນັ້ນຫົວຂໍ້ຄົ້ນຄວ້າວິທີແກ້ໄຂທີ່ປະດິດສ້າງໃໝ່, ເພື່ອຮັບ
ມືກັບສິ່ງທ້າທາຍດ້ານສະພາບແວດລ້ອມ ແລະ ບັນລຸການບໍລິໂພກ ແລະ ການຜະລິດແບບຍືນຍົງ’’ ມະຕິທີ່ກ່ຽວຂ້ອງ ແລະ ຂໍ້ຕົກລົງທີ່ກອງປະຊຸມໄດ້ຮັບຮອງ ເອົານັ້ນຈະ
ມີຜົນສະທ້ອນຢ່າງເລິກເຊິ່ງໃນໄລຍະຍາວຕໍ່ການບັນລຸ ສົນທິສັນຍາປາຣີ’’ ແລະ ວິໄສທັດແຜນການພັດທະນາແບບຍືນຍົງ 2030 ສ້າງພື້ນຖານໃຫ້ແກ່ກອງປະຊຸມສຸດ
ຍອດການປ່ຽນແປງດິນຟ້າອາກາດຂອງອົງການສະຫະປະຊາຊາດປີ 2019 ໃນໄລຍະຈັດກອງປະຊຸມໂຄງການສິ່ງແວດລ້ອມສະຫະປະຊາຊາດ ຫຼື UNEP ຈະເຜີຍແຜ່ບົດ
ລາຍງານການຄົ້ນຄ້ວາຕ່າງໆລວມທັງການຈ້ອງເບິ່ງສິ່ງແວດລ້ອມທົ່ວໂລກສະບັບທີ 6.