ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ມົນຕີ​ຄວາມໝັ້ນຄົງ ສະຫະ​ປະຊາ​ຊາດ​ປະນາມ​ເຫດ​ລະ​ເບີດ​ໃນ ລີ​ບີ


     ສໍານັກຂ່າວ AP ລາຍງານ ເມື່ອວັນທີ 12 ສິງຫາ 2019 ວ່າ: ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ລົງມະຕິເມືື່ອວັນທີ 10 ສິງຫາ ທີ່ຜ່ານມາ. ເຊິ່ງໄດ້ປະ
ນາມເຫດວາງລະເບີດທີ່ໜ້າສູນການຄ້າ ອາຄັນມໍ ໃນເມືອງ ເບງກາຊີ ທາງພາກຕາເວັນອອກຂອງ ລີບີ ທີ່ເຮັດໃຫ້ເຈົ້າໜ້າທີ່ຂອງສະຫະປະຊາຊາດ ເສຍຊີວິດ 3 ຄົນ ແລະ
ມີຜູ້ບາດເຈັບອີກຈໍານວນຫຼາຍ. ເຫດລະເບີດໄດ້ເກີດຂຶ້ນທັ້ງທີ່ມີສັນຍາການຢຸດຍິງລະຫວ່າງຝ່າຍລັດຖະບານ ລີບີ ກັບ ຝ່າຍກອງທັບແຫ່ງຊາດທີ່ນໍາ ໂດຍນາຍພົນ ຄາລີ
ຟາ ຣິບເຕີ ໃນນະຄອນຫຼວງ ຕຣີໂປລີ.

     ທາງດ້ານສານເທດສະບານເມືອງ ເບງກາຊີ ຄາດວ່າ: ເປົ້າໝາຍຜູ້ລົງມືກໍ່ເຫດຕ້ອງການສັງ ຫານເຈົ້າໜ້າທີ່ຂອງສະຫະປະຊາຊາດ ແລະ ເຫດການດັ່ງກ່າວ ຍັງບໍ່ທັນມີ
ຝ່າຍໃດອອກມາສະແດງຄວາມຮັບຜິດຊອບສົງຄາມກາງເມືອງ ເພື່ອຊ່ວງຊີງອໍານາດທີ່ນະຄອນຫຼວງ ຕຣີໂປລີ ລະຫວ່າງຝ່າຍລັດຖະບານກັບຝ່າຍກອງທັບແຫ່ງຊາດ ລີບີ
ທີ່ນໍາໂດຍນາຍພົນ ຄາລີຟາ ຣິບເຕີ ນັ້ນໄດ້ຂ້າຊີວິດຜູ້ຄົນແລ້ວຫຼາຍກວ່າ 1.100 ຄົນ ແລະ ປະຊາຊົນຕ້ອງອົບພະຍົບກາຍເປັນຄົນພັດຖິ່ນຫຼາຍກວ່າ 100.000 ຄົນ.