ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ກຳ​ລັງ ຣັດ​ເຊຍ ​ໂຈມ​ຕີ​ທາງ​ອາກາດ​ໃສ່​ກຸ່ມ​ກະບົດ ຊິຣີ

     ສໍານັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 12 ມິຖຸນາ 2019 ນີ້ວ່າ: ກອງທັບ ຊີຣີ ໄດ້ເປີດເຜີຍວ່າ: ກອງກໍາລັງພັນທະມິດກໍຄືກອງທັບອາກາດ ຣັດເຊຍ ໄດ້ໃຊ້ເຮືອ
ບິນສູ້ຮົບ ຮຸ່ນຊູ ຄອຍຈໍານວນ 2 ລໍາ ໂຈມຕີທາງອາກາດໃສ່ບາງພື້ນທີ່ໃນແຂວງ ອິດລິບ ເຊິ່ງສາມາດ ສັງຫານກຸ່ມເປົ້າໝາຍໄດ້ 25 ຄົນ ແລະ ບາດເຈັບອີກຈໍານວນຫນຶ່ງ.

     ທ້າຍອາທິດທີ່ຜ່ານມາ ລັດຖະບານຊີຣີໄດ້ມີຄໍາສັ່ງໃຫ້ໂຮງຮຽນ ແລະ ສະຖານທີ່ລາດຊະການບາງແຫ່ງປິດການບໍລິການຊົ່ວຄາວ, ເພາະທາງລັດຖະບານຈະກວາດລ້າງ
ກຸ່ມຫົວ ຮຸນແຮງ, ຈົນມາຮອດວັນຈັນທາງກອງກໍາລັງໄດ້ໂຈມຕີທາງອາກາດໃສ່ພື້ນທີ່ບ່ອນລີ້ຊ່ອນ ຂອງກຸ່ມກະບົດ ໂດຍສະເພາະແມ່ນຢູ່ບ້ານ ຈາບາລາ ສາມາດສັງຫານ
ກຸ່ມຄົນຮ້າຍໄດ້ 13 ຄົນ. ຕໍ່ມາໃນມື້ດຽວກັນກໍໄດ້ ໂຈມຕີເມືອງ ຄານສີຄູ, ເມືອງ ຄາບຣາຕິກ ໃນແຂວງ ອິດລິບ ເຊິ່ງການໂຈມຕີທັງສອງຈຸດ ນີ້ສາມາດດັບສູນເປົ້າຫມາຍ
ໄດ້ອີກ 12 ຄົນ. ນັບແຕ່ຕົ້ນ ເດືອນ ເມສາ 2019 ເປັນຕົ້ນມາ. ກຸ່ມຄົນຮ້າຍໃນແຂວງ ອິດລິບ ໄດ້ມີການໂຮມຕົວກັນແລ້ວກໍ່ຄວາມ ບໍ່ສະຫງົບເປັນປະຈໍາ, ສະນັ້ນ ທາງ
ລັດຖະບານ ຊີຣີ ພ້ອມດ້ວຍພັນທະມິດກໍຄື ຣັດເຊຍ ໄດ້ວາງແຜນ ໂຈມຕີທຸກຮູບແບບ ເພື່ອເປັນການຢັບຢັ້ງບໍ່ໃຫ້ກຸ່ມຄົນຮ້າຍໄດ້ຂະຫຍາຍອິດທິພົນຕະຫຼອດ 2 ເດືອນ
ເຄິ່ງທີ່ຜ່ານມາ ທາງຝ່າຍລັດຖະບານສາມາດສັງຫານສະມາຊິກກຸ່ມຫົວຮຸນແຮງໄດ້ປະມານ 1.500 ຄົນ. ໃນນີ້ມີພົນລະເຮືອນທີ່ເປັນແມ່ຍິງ ແລະ ເດັກນ້ອຍປະມານ 300
ຄົນ, ຄາດວ່າເປັນສະມາຊິກ ຄອບຄົວຂອງກຸ່ມຫົວຮຸນແຮງ ອີ​ແອັດຊ໌ ແລະ ເຄືອຂ່າຍຂອງກຸ່ມອານເຄດາ ສົງຄາມການເມືອງໃນ ຊີຣີ ໄດ້ເຮັດໃຫ້ຜູ້ຄົນຫຼາຍສິບພັນຄົນເສຍ
ຊີວິດ ແລະ ປະມານ 3 ລ້ານຄົນ ໄດ້ຮັບຜົນກະທົບ. ໃນປັດຈຸບັນ ນີ້ພື້ນທີ່ສວ່ນໃຫຍ່ໃນປະເທດ ຊີຣີ ຕົກຢູ່ພາຍໃຕ້ການຄວບຄຸມຂອງຝ່າຍລັດຖະບານ, ມີພຽງບາງພື້ນທີ່
ສ່ວນຫນ້ອຍເທົ່ານັ້ນທີ່ຍັງຕົກຢູ່ພາຍໃຕ້ການຄວບຄຸມຂອງຝ່າຍກົງກັນຂ້າມເປັນຕົ້ນແມ່ນເຂດພາກ ເຫນືອ ແລະ ເຂດຊາຍແດນລະຫວ່າງຊີຣີ-ຕວກກີ.