ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍຝ່າຍສະແດງຄວາມວິຕົກກັງວົນຕໍ່ສະຖານະການ
ຄວາມຂັດແຍ້ງລະຫວ່າງສະຫະຣັດ ແລະ ອີຣານ


     ສຳນັກຂ່າວອານຈາຊີຣາລາຍງານໃນວັນທີ 10 ພຶດສະພາ 2019 ນີ້ວ່າ: ສະຫະພາບເອີຣົບ, ຝຣັ່ງ, ເຢຍລະມັນ ແລະ ອັງກິດໄດ້ສະແດງຄວາມເສຍໃຈທີ່ອາເມຣິກາຮື້
ຟື້ນການຂວຳ້ບາດຄືນໃໝ່ຕໍ່ອີຣານ ແລະ ກ່າວວ່າ: ຈະສືບຕໍ່ຄວາມພະຍາຍາມເພື່ອປົກປັກຮັກສາການຄ້າກັບອີຣານທີ່ຖືກຕ້ອງຕາມກົດໝາຍ. ຂະນະທີ່ຣັດເຊຍ ກໍກ່າວເມື່ອ
ບໍ່ດົນມານີ້ວ່າ: ບໍ່ວ່າໄພຂົ່ມຂູ່ຈາກການຂວ້ຳບາດໃໝ່ໃດໆກໍບໍ່ສາມາດສະກັດກັ້ນການຮ່ວມມືທີ່ຖືກຕ້ອງຕາມກົດໝາຍ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຣັດ
ເຊຍ-ອີຣານ. ຫຼ້າສຸດທ່ານ ຮັດຊັນ ຣູຮານີ ປະທານາທິບໍດີອີຣານກ່າວຄຳປາໄສທາງໂທລະພາບ ໃນວັນທີ 9 ພຶດສະພາວ່າ: ອີຣານຈະຢຸດຕິການປະຕິບັດຕາມມາດຕາຈຳ
ນວນໜຶ່ງໃນສັນຍາຮອບດ້ານກ່ຽວກັບບັນຫານິວເຄລຍອີຣານ ໂດຍຈະບໍ່ຂາຍທາດໜັກ(Deuterium Oxide ) ແລະ ຢູເຣນຽມຂຸ້ນໃຫ້ຕ່າງປະເທດອີກ.

     ໃນເວລາກ່າວຄຳປາໄສ, ທ່ານ ຣູຮານີ ເນັ້ນໜັກວ່າ: ນີ້ບໍ່ໝາຍຄວາມວ່າອີຣານໄດ້ຖອນອອກຈາກສັນຍານິວເຄລຍ ໂດຍສິ້ນເຊີງ. ອີຣານຫວັງຢາກເຈລະຈາກັບຝ່າຍ
ອື່ນໆທີ່ລົງນາມໃນສັນ ຍານິວເຄລຍອີຣານກ່ຽວກັບບັນຫາສິດ ແລະ ຜົນປະໂຫຍດຂອງອີຣານທີ່ໄດ້ລະບຸໄວ້ໃນສັນຍາດັ່ງກ່າວພາຍໃນໄລຍະເວລາ 60 ວັນ, ຖ້າວ່າຄວາມ
ຮຽກຮ້ອງຕ້ອງການຂອງອີຣານບໍ່ໄດ້ຮັບການຕອບສະໜອງ, ອີຣານຈະບໍ່ຈຳກັດການກັ່ນເອົາທາດຢູເຣນຽມຂຸ້ນຂອງຕົນ.

     ໂດນັລ ທຣຳ ປະທານາທິບໍດີ ອາເມຣິກາໄດ້ອອກຖະແຫຼງການ ໃນວັນທີ 9 ພຶດສະພາ ນີ້, ໂດຍລົງນາມໃນລັດຖະດຳລັດເພື່ອຂວ້ຳບາດອຸດສາຫະກຳເຫຼັກ, ເຫຼັກກ້າ, ອາ
ລູມີນຽມ, ທອງ ແລະ ອື່ນໆ ຂອງອີຣານ. ໂດນັລ ທຣຳ ໄດ້ກ່າວ ໃນຖະແຫຼງການຂອງຕົນວ່າ: ອຸດສາຫະກຳດັ່ງກ່າວແມ່ນແຫຼ່ງລາຍຮັບການສົ່ງອອກທີ່ໃຫຍ່ທີ່ສຸດ. ນອກ
ຈາກນ້ຳມັນເຊື້ອໄຟຂອງລັດຖະບານອີຣານການຂວ້ຳບາດຂອງອາເມຣິກາຄັ້ງນີ້, ຈະເປັນການເພີ່ມທະວີການໃຊ້ຄວາມກົດດັນຂັ້ນສູງສຸດຕໍ່ອີຣານ.