ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນພົບວ່າຕິດເຊື້ອໄວຣັດປັບປ່ຽນສາຍພັນອີກ​ຊະນິດໜຶ່ງ


     ສຳນັກຂ່າວຊິນຮ່ວາໃຫ້ຮູ້ໃນ ວັນທີ 12 ມັງກອນນີ້, ໂດຍອີງຕາມ ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການ ຍີ່ປຸ່ນລາຍງານ
ໃນ ວັນທີ 10 ມັງກອນ, ມີຜູ້ໂດຍສານ 4 ຄົນທີ່ເຂົ້າມາຈາກປະເທດ ບຣາຊິນ ໄດ້ຖືກກວດພົບວ່າຕິດເຊື້ອໄວຣັດຊະນິດໃໝ່, ເຊິ່ງເຊື້ອໄວຣັດຊະນິດນີ້ ຄ້າຍ
ຄືກັບເຊື້ອໄວຣັດ ຊະນິດໃໝ່ທີ່ພົບໃນ ອັງກິດ ແລະ ອາຟຣິກາໃຕ້, ແຕ່ບໍ່ແມ່ນເຊື້ອໄວຣັດທີ່ປັບປ່ຽນສາຍພັນທີ່ເຄີຍພົບເຫັນໃນອັງກິດ ແລະ ອາຟຣິກາ.

     ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການຂອງ ຍີ່ປຸ່ນ ລະບຸວ່າ: ຜູ້ໂດຍສານ 4 ຄົນທີ່ກ່າວມາຂ້າງເທິງໄດ້ມາຮອດສະໜາມບິນ
ຮານີດ ໃນວັນທີ 2 ມັງກອນ ແລະ ຖືກທົດສອບກວດເຊື້ອຢູ່ສະໜາມບິນ, ເຊິ່ງຜົນການກວດແມ່ນບໍ່ພົບເຊື້ອ, ຈົນມາເຖິງວັນທີ 10 ມັງກອນ ຈິ່ງເຫັນມີ
ອາການ. ຜ່ານການວິເຄາະໂດຍສະຖາບັນພະຍາດຕິດຕໍ່ແຫ່ງຊາດໃນປະເທດ ຍີ່ປຸ່ນ ພົບວ່າ: ໃນແງ່ຂອງການປ່ຽນແປງຂອງເຊື້ອໄວຣັດຊະນິດໃໝ່ນີ້, ມັນ
ຄ້າຍຄືເຊື້ອໄວຣັດກາຍພັນ mutant ທີ່ພົບໃນສະຫະຣາຊະອານາຈັກ ອັງກິດ ແລະ ອາຟຣິກາໃຕ້.

     ປັດຈຸບັນນັກຄົ້ນຄວ້າກໍາລັງວິເຄາະການຕິດເຊື້ອໄວຣັດໂຄໂຣນາ ທີ່ປ່ຽນແປງໃໝ່ນີ້, ເຊິ່ງເຊື້ອໄວຣັດກາຍພັນນີ້ຈະເຮັດໃຫ້ຄົນເຈັບມີອາການຮຸນແຮງ
ແລະ ກະທົບເຖິງປະສິດທິຜົນຂອງການສັກຢາວັກ​ແຊັງປ້ອງກັນ.

     ອີງຕາມສະຖິຕິຂອງສະຖານີໂທລະພາບ ​ແລະ ສະຖານີວິທະຍຸກະຈາຍສຽງຍີ່ປຸ່ນໃຫ້ຮູ້ວ່າ: ມາຮອດເວລາ 21:00 ຂອງ ວັນທີ 10 ມັງກອນ, ປະເທດ
ຍີ່ປຸ່ນມີ 60 ກໍລະນີທີ່ໄດ້ຮັບການຢັ້ງຢືນໃໝ່ໃນມື້ນັ້ນ, ລວມທັງໝົດ 288,746 ກໍລະນີ ໃນທົ່ວປະເທດ, ມີຜູ້ເສຍຊີວິດໃໝ່ 45 ຄົນ, ລວມຜູ້ເສຍຊີວິດ
ທັງໝົດ 4.067 ຄົນ.