ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ໂຈມ​ຕີ​ຖານ​ທັບ​ອາ​ເມຣິກາ ​ໃນ ອີຣານ ບໍ່​ໄດ້​ມີ​ການ​ບາດ​ເຈັບຫຼື​ເສຍ​ຊີວິດ


     ສຳນັກຂ່າວ ຊິນຮວ່າ ລາຍງານໃຫ້ຮູ້ວ່າ: ວັນທີ 8 ມັງກອນ ນີ້, ທ່ານ ໂດນັລ ທຣໍາ ປະທານາທິ ບໍດີສະຫະລັດອາເມຣິກາ ໄດ້ອອກມາເປີດເຜີຍວ່າ: ການໂຈມຕີຂອງ
ອີຣານ ຕໍ່ຖານທັບ ອາເມຣິກາ ໃນອີຣັກ ບໍ່ໄດ້ເຮັດໃຫ້ກໍາລັງທະຫານຂອງ ອາເມຣິກາ ຖືກບາດເຈັບ ແລະ ເສຍຊີວິດ. ໂດຍສະຫະລັດຈະລົງໂທດທາງດ້ານເສດຖະກິດໃໝ່ຕໍ່
ອີຣານ. ແຕ່ຜູ້ນຳຂອງສະຫະລັດ ກໍຍັງປາດຖະໜາຢາກຈະຮ່ວມມືກັບ ອີຣານ ໃນຜົນປະໂຫຍດລວມ.

     ທ່ານ ໂດນັລ ທຣໍາ ກ່າວໃຫ້ຮູ້ວ່າ: ເນື່ອງຈາກມີມາດຕາການປ້ອງກັນລ່ວງໜ້າເຊັ່ນ: ການແບ່ງຂັ້ນຄຸ້ມຄອງຂອງກອງທັບ ແລະ ການນຳໃຊ້ລະບົບເຕືອນໄພທີ່ມີປະສິດ
ຕິພາບກ່ອນໜ້າ, ຈິ່ງເຮັດໃຫ້ບໍ່ມີກໍາລັງທະຫານຂອງສະຫະລັດອາເມຣິກາ ຫຼື ອີຣັກໄດ້ຮັບບາດເຈັບ ແລະ ເສຍຊີວິດຈາກການໂຈມຕີດັ່ງກ່າວ, ໂດຍພື້ນຖານແລ້ວຖືກທຳ
ລາຍພຽງແຕ່ເລັກໜ້ອຍເທົ່ານັ້ນ.

     ທ່ານ ໂດນັລ ທຣໍາ ກ່າວຕື່ມອີກວ່າ: ສະຫະລັດຈະໃຊ້ມາດຕາການລົງໂທດດ້ານເສດຖະກິດໃໝ່ຕໍ່ ອີຣານ ໂດຍທັນທີ ແລະ ມາດຕາການລົງໂທດຈະດໍາເນີນຕໍ່ໄປຈົນ
ກວ່າ ອີຣານ ຈະປ່ຽນວິທີການຂອງຕົນ. ສະຫະລັດອາເມຣິກາ ບໍ່ຕ້ອງການໃຊ້ກຳລັງທາງທະຫານ, ເຊິ່ງດ້ານເສດຖະກິດຈະເປັນອຸປະສັກທີ່ດີທີ່ສຸດ. ການກະທຳຂອງສະຫະ
ລັດຕໍ່ກຸ່ມຫົວຮຸນແຮງ ລັດອິສລາມ ແມ່ນເພື່ອຜົນປະໂຫຍດຂອງ ອີຣານ. ສະຫະລັດອາເມຣິກາ ແລະ ອີຣານ ຄວນຮ່ວມມືໃນຂົງເຂດເສດຖະກິດ ແລະ ຂົງ ເຂດອື່ນໆທີ່ມີ
ຄວາມເປັນຫ່ວງຮ່ວມກັນ.

     ນອກນັ້ນ, ທ່ານ ໂດນັລ ທຣໍາ ຍັງໄດ້ຮຽກຮ້ອງໃຫ້ປະເທດອື່ນໆຂອງ ນາໂຕ ເຂົ້າຮ່ວມໃນວຽກ ງານຕາເວັນອອກກາງຕື່ມອີກ.