ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມຣິກາ ປະຕິ​ເສດ​ທີ່​ຈະ​ສົ່ງ​ທະຫານ​ໄປ​ຕາ​ເວັນ​ອອກ​ກາງ


     ວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ ລາຍງານໃນ ວັນທີ 11 ທັນວາ 2019 ນີ້ວ່າ: ທ່ານ ມາກ ເອສເບີ ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມຣິກາ ໄດ້ປະ
ກາດວ່າ: ທຳນຽບ 5 ແຈ ຈະບໍ່ສົ່ງທະຫານຈຳນວນ 14.000 ຄົນ ໄປຍັງພາກພື້ນຕາເວັນອອກກາງຕື່ມອີກ. ການປະກາດດັ່ງກ່າວໄດ້ເຜີຍແຜ່ອອກ ພາຍຫຼັງ 24 ຊົ່ວໂມງ
ທີ່ທ່ານ ຈອນຣໍເລ ສະມາຊິກສະພາສູງ ຮຽກຮ້ອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມຣິກາ ປະກາດແຜນການຂອງທຳນຽບ 5 ແຈ ເພື່ອແນໃສ່ເພີ່ມກຳລັງທະ
ຫານ ອາເມຣິກາ ຢູ່ຕາເວັນອອກກາງ.

     ໜັງສືພິມ Wall Street Journal ໄດ້ອ້າງແຫຼ່ງຂ່າວຈາກບັນດາເຈົ້າໜ້າທີ່ ອາເມຣິກາ ທີ່ບໍ່ເຜີຍຊື່ໃຫ້ຮູ້ວ່າ: ອຳນາດການປົກຄອງຂອງ ທ່ານ ໂດນັລ ທຣໍາ ປະທານາ
ທິບໍດີ ອາເມຣິກາ ພວມພິຈາລະນາເປີດກວ້າງການມີໜ້າຂອງເຈົ້າໜ້າທີ່ທະຫານກອງທັບ ອາເມຣິກາ ຢູ່ຕາເວັນອອກກາງ. ລວມເຖິງເລື່ອງທີ່ ອາເມຣິກາ ຈະຜັນຂະຫຍາຍ
ກຳປັ່ນຮົບນັບສິບລຳ, ອາວຸດປະເພດໜັກ ແລະ ທະຫານ 14.000 ຄົນ ເພື່ອແນໃສ່ຮັບມືກັບໄພນາບຂູ່ຂອງຝ່າຍກົງກັນຂ້າມ.