ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ນຳ​ກຸ່ມຕາ​ລີ​ບັນ​ຖືກ​ສັງຫານ


     ສຳນັກຂ່າວ ຊິນຮວາ ລາຍງານໃນວັນທີ 11 ພະຈິກ 2019 ນີ້ວ່າ: ກະຊວງປ້ອງກັນປະເທດ ຂອງອາຟະການິດສະຖານ ໄດ້ອອກມາຖະແຫຼງການວ່າ: ຈາກການປະຕິ
ບັດ ກວດລ້າງພິເສດທາງອາກາດຂອງກອງກຳລັງຝ່າຍລັດຖະບານອາຟະການິດສະຖານ ຢູ່ທາງພາກຕາເວັນອອກຂອງແຂວງໂລກາ ສາມາດ ສັງຫານກຸ່ມກໍ່ການຮ້າຍ ຕາລີ
ບັນ ໄດ້ຈຳນວນໜຶ່ງ ແລະ ໜຶ່ງໃນນັ້ນແມ່ນຜູ້ນຳຂັ້ນສູງຂອງຕາລີບັນອີກດ້ວຍ.

     ການໂຈມຕີໃນຄັ້ງນີ້ແມ່ນເກີດ ຂຶ້ນໃນວັນທີ 9 ພະຈິກທີ່ຜ່ານມາ, ເປັນການໂຈມຕີທາງອາກາດ ຂອງໜ່ວຍຮົບພິເສດ, ໂດຍທາງລັດຖະບານອາຟະການິດສະຖານ ໄດ້
ໃຫ້ເຫດຜົນວ່າ: ການຕັດສິນໃຈໂຈມຕີທາງອາກາດໃນຄັ້ງນີ້ ມີຜົນມາຈາກທີ່ກ່ອນໜ້ານີ້ກຸ່ມຕາລີບັນ ຫຼອນໂຈມຕີສອງຄັ້ງດ້ວຍການວາງລະເບີດໃນແຂວງ ປາກເກຍ ແລະ
ໄດ້ສັງຫານເຈົ້າໜ້າທີ່ຂອງຝ່າຍລັດຖະບານ 4 ຄົນ, ສະນັ້ນທາງກະຊວງປ້ອງກັນປະເທດ ອາຟະການິດສະຖານ ຈຶ່ງໄດ້ຕອບໂຕ້ດ້ວຍການໂຈມຕີທາງອາກາດໃສ່ບ່ອນເປົ້າ
ໝາຍ ແລະ ສາມາດສັງຫານສະມາຊິກກຸ່ມກໍ່ການຮ້າຍໄດ້ 6 ຄົນ, ໜຶ່ງໃນນັ້ນເປັນຫົວໜ້າການທະຫານຂັ້ນສູງຂອງກຸ່ມດັ່ງກ່າວ. ຢ່າງໃດກໍຕາມຕໍ່ກັບເຫດການດັ່ງກ່າວນີ້
ກຸ່ມກໍ່ການຮ້າຍຕາລີບັນ ຍັງບໍ່ໄດ້ອອກມາສະແດງຄວາມຄິດເຫັນຕໍ່ຂ່າວທີ່ອອກມາ.