ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານາທິບໍດີ​ ສະຫະລັດ ຂໍ​ອອກ​ໂຮງໝໍ ​ເພື່ອ​ສືບຕໍ່ປີ່​ນປົວ ​ໂຄ​ວິດ-19 ຢູ່​ທຳນຽບຂາວ


     ສໍານັກຂ່າວ ຊີນຮ່ວາ ໃຫ້ຮູ້ເມື່ອ ວັນທີ 8 ກັນຍາ ນີ້ວ່າ: ທ່ານ ແຊນ ໂຄເລ ທ່ານໝໍປະຈໍາທຳນຽບ ຂາວ ໄດ້ກ່າວໃນກອງປະຊຸມສຳມະນາທາງການແພດໃນຕອນບ່າຍ
ວັນທີ 5 ກັນຍາວ່າ: ເຖິງວ່າ ທ່ານ ທຣໍາ ຍັງບໍ່ທັນຫາຍດີຈາກການຕິດເຊື້ອ ໂຄວິດ - 19, ແຕ່ທ່ານໄດ້ສະເໜີອອກໂຮງໝໍ ເພື່ອກັບໄປແກ້ໄຂວຽກງານຂອງທ່ານ, ເຊິ່ງແພດ
ປະຈໍາຈະຕ້ອງດູແລຮັກສາສຸຂະພາບຂອງທ່ານ ຕະຫຼອດເວລາຫຼັງຈາກກັບມາ ທຳນຽບຂາວ.

     ກ່ອນຈະອອກຈາກໂຮງໝໍ, ທ່ານ ທຣໍາ ກ່າວໃນສື່ສັງຄົມອອນລາຍວ່າທ່ານ ຈະເຂົ້າຮ່ວມໃນການໂຄສະນາຫາສຽງໃນໄວໆນີ້. ໂດຍທີມໂຄສະນາຫາສຽງຂອງ ທຣໍາ
ໄດ້ອອກຖະແຫຼງການໃນວັນທີ 2 ຕຸລາ ວ່າທຸກໆກິດຈະກຳການໂຄສະນາດັ່ງກ່າວຈະປ່ຽນເປັນການໂຄສະນາທາງອອນລາຍ ຫຼຶ ອາດຈະເລື່ອນເວລາອອກໄປ, ສິ່ງນີ້ເປັນບັນ
ຫາທີ່ທ່ານເອງມີຄວາມຂ້ອງໃຈ.

     ຫຼັງຈາກທີ່ປຶກສາຂອງ ທຣໍາ ຖືກກວດພົບວ່າມີເຊື້ອໄວຣັດຊະນິດໃໝ່ ໃນວັນທີ 1 ຕຸລາ, ທຣໍາ ພ້ອມດ້ວຍພັນລະຍາ ຈຶ່ງໄດ້ເຂົ້າກວດໃນຕອນແລງຂອງວັນທີ 2 ຕຸລາ
ແລະ ຜົນກວດພົບວ່າຕິດເຊື້ອໄວຣັດໂຄວິດ-19, ດ້ວຍເຫດດັ່ງກ່າວທ່ານຈິ່ງຖືກສົ່ງໄປສູນການແພດທະຫານແຫ່ງຊາດເພື່ອສືບຕໍ່ປິ່ນປົວ.