ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຈົ້າໜ້າທີ່ ອິນ​ເດຍ ຈັບ​ຜູ້​ຕ້ອງ​ສົງ​ໄສ​ແບ່ງ​ແຍກ​ດິນ​ແດນ​ໃນ ​ກ​າດະ​ເມຍ


     ສໍານັກຂ່າວ AP ລາຍງານ ເມື່ອວັນທີ 9 ສິງຫາ 2019 ວ່າ: ເຈົ້າໜ້າທີ່ ອິນເດຍ ໄດ້ຈັບກຸມຜູ້ຕ້ອງສົງໄສແບ່ງແຍກດິນແດນ ໃນກາດສະເມຍ ໄປແລ້ວກວ່າ 500 ຄົນ.
ເພື່ອປ້ອງກັນການກໍ່ເຫດຮຸນແຮງຂະນະທີ່ນັກເຄື່ອນໄຫວຝ່າຍຕໍ່ຕ້ານຍື່ນຄໍາຮ້ອງຕໍ່ສານສູງສຸດຂອງ ອິນເດຍ ວ່າໃຫ້ຍົກເລີກປະຕິບັດການກວາດລ້າງ ແລະ ຕັດການສື່ສານ
ໃນ ແຄັດສະເມຍ ໃນສ່ວນທີ່ ອິນເດຍ ປົກຄອງ, ເຊິ່ງປະຈຸບັນນີ້ປະຊາຊົນໃນພື້ນທີ່ດັ່ງກ່າວໄດ້ຖືກຈໍາກັດໃຫ້ຢູ່ແຕ່ໃນບ້ານເຮືອນຕໍ່ເນື່ອງມາເປັນເວລາ 4 ວັນແລ້ວ ຫຼັງຈາກ
ທີ່ໃນອາທິດທີ່ຜ່ານມາ,  ອິນເດຍ ຫາກໍຍົກເລີກພາວະສຸກເສີນໃນລັດ ຈໍາມູ ແລະ ແຄັດສະເມຍ.

     ຢູ່ໃນ ກາດສະເມຍ ປະຊາຊົນສ່ວນຫຼາຍທີ່ອາໄສຢູ່ແມ່ນຊາວ ມຸດສະລິມ ແລະ ປະກອບດ້ວຍ 3 ສ່ວນຄື: ສ່ວນທີ່ຢູ່ໃນການປົກຄອງຂອງ ອິນເດຍ, ສ່ວນຂອງ ປາກິດ
ສະຖານ ປົກຄອງ ແລະ ສ່ວນຂອງ ຈີນ ປົກຄອງ. ເຊິ່ງຕະຫຼອດຫຼາຍທົດສະວັດທີ່ຜ່ານມາ ກຸ່ມກະບົດໃນ ກາດສະເມຍຂອງສ່ວນທີ່ ອິນເດຍ ປົກຄອງນັ້ນໄດ້ເກີດມີການສູ້
ຮົບເປັນປະຈໍາ, ເພື່ອພະຍາຍາມແບ່ງແຍກການປົກຄອງຈາກ ອິນເດຍ ມາໂດຍຕະຫຼອດ.