ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະພາບ ​ເອີ​ຮົບ-ອູ​ແກຣນ ສືບຕໍ່ພົວພັນ​ທາງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ

     ສໍານັກຂ່າວ ຟອ໋ກຊ໌ນີວຊ ລາຍງານໃນວັນທີ 9 ກໍລະກົດ 2019 ນີ້ວ່າ: ກອງປະຊຸມສຸດຍອດຄັ້ງທີ 21 ລະຫວ່າງອູແກຣນ ກັບສະຫະພາບເອີຣົບ ໄດ້ໄຂຂຶ້ນໃນວັນທີ 8
ກໍລະກົດທີ່ຜ່ານມາ ເພື່ອວາງ​ທິດ​ທາງ​ແຜນການຮ່ວມ​ມື ທາງດ້ານການເມືອງ ແລະ ເສດຖະກິດ ລະຫວ່າງສອງຝ່າຍ.

     ໃນລະຫວ່າງກອງປະຊຸມບັນດາຜູ້ນຳຂອງ EU ຈະໄດ້ຢ້ຳຄືນເຖິງການສະໜັບສະໜູນຂອງ ຕົນທີ່ມີຕໍ່ອູແກຣນ ກໍຄືການປະຕິບັດຂໍ້ຕົກລົງຕ່າງໆ. ໃນຂະນະດຽວກັນ ຜູ້
ນຳຂອງ ອູແກຣນ ແລະ EU ກໍໄດ້ມີຕາຕະລາງການແລກປ່ຽນທັດສະນະກ່ຽວກັບ ການໃຫ້ບຸລິມະສິດໃນອະນາຄົດ ທີ່ມີຕໍ່ການພົວພັນລະຫວ່າງ ສອງຝ່າຍ ແລະ ບາດກ້າວ
ຕໍ່ໄປ ເພື່ອປະຕິບັດຂໍ້ຕົກລົງການ ຮ່ວມກຸ່ມ.

     ຂໍ້ຕົກລົງການຮ່ວມກຸ່ມລະຫວ່າງອູແກຣນ ກັບ EU ປະກອບມີສັນຍາການຄ້າເສລີ ແລະ ບັນດາຫົວຂໍ້ການເປີດກວ້າງກ່ຽວກັບວຽກງານນິຕິບັນຍັດ ແລະ ການປະຕິຮູບ
ທີ່ໄດ້ມີຜົນບັງຄັບໃຊ້ ມາຕັ້ງແຕ່ວັນທີ 1 ກັນຍາ ປີ 2017.