ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະພາບ​ເອີຣົບ ກຽມສົ່ງ​ເຈົ້າໜ້າທີ່​ຕຳຫຼວດ 10.000 ຄົນ ​ໄປ​ປະຈຳ​ຕາມ​ຊາຍ​ແດນ

   ສຳນັກຂ່າວ  ຟອກສນີວຊ໌ ລາຍງານໃນວັນທີ 11 ມິຖຸນາ 2019 ນີ້ວ່າ: ພາຍຫຼັງມີການຈັດກອງປະຊຸມລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຂອງບັນດາປະ
ເທດໃນອົງການສະຫະພາບເອີຣົບ ( EU ) ໂດຍ ກອງປະຊຸມຕົກລົງມີແຜນຈະສົ່ງເຈົ້າໜ້າທີ່ຕໍາຫຼວດຂອງກອງກໍາລັງປະສົມຂອງສະຫະພາບເອີຣົບປະມານ 10.000 ຄົນ,
ໄປປະຈໍາຢູ່ຕາມຊາຍແດນ ທີ່ສໍາຄັນເພື່ອເປັນການເພີ່ມຄວາມໝັ້ນຄົງທາງດ້ານຊາຍແດນ.

   ຈຸດປະສົງຫຼັກຂອງການທີ່ຈະສົ່ງເຈົ້າໜ້າທີ່ຕຳຫຼວດຈຳນວນດັ່ງກ່າວໄປປະຈຳຕາມຊາຍແດນຕ່າງໆນັ້ນ. ໂດຍສະເພາະແມ່ນຊາຍແດນທາງນໍ້າ, ທັງນີ້ກໍເພື່ອເປັນການ
ສະກັດກັ້ນການເຂົ້າເມືອງແບບຜິດກົດໝາຍຂອງຊາວຜູ້ອົບພະຍົບເພາະນັບແຕ່ປີ 2015 ເປັນຕົ້ນມາ, ​ໄດ້ມີຜູ້ອົບພະຍົບເຂົ້າມາເອີຣົບແລ້ວຫຼາຍແສນຄົນທັງຖືກກົດໝາຍ
ແລະ ຜິດກົດໝາຍ, ຍ້ອນການເພີ່ມຂື້ນຂອງຊາວຜູ້ອົບພະຍົບຈຶ່ງເປັນອີກໜຶ່ງສາເຫດທີ່ເຮັດໃຫ້ສະຫະພາບເອີຣົບເກີດຄວາມຂັດແຍ່ງພາຍໃນກ່ຽວກັບ ການຮັບມືກັບບັນ
ຫາດັ່ງກ່າວ ລວມເຖິງການຂົນສົ່ງສິນຄ້າແບບໜີພາສີ ແລະ ຂອງເຖື່ອນປະເພດ ຕ່າງໆດ້ວຍເຫດຜົນແນວນັ້ນທາງສະຫະພາບເອີຣົບຈຶ່ງຕັດສິນໃຈທີ່ຈະສົ່ງເຈົ້າໜ້າທີ່ຕຳ
ຫຼວດຊາຍ ແດນໄປປະຈໍາຢູ່ຕາມຈຸດຕ່າງໆໃຫ້ຫຼາຍຂຶ້ນກວ່າເກົ່າ.

   ແຜນການນີ້ຈະເລີ່ມລົງມືປະຕິບັດຕົວຈິງໃນທ້າຍປີ 2019 ຕົ້ນປີ 2020 ເຊິ່ງໃນລະຫວ່າງນີ້ແມ່ນຈະມີການດຳເນີນງານໃນດ້ານການຊອກຈຸດທີ່ເໝາະສົມ. ໂດຍສະ
ເພາະແມ່ນປະເທດອີຕາລີ ແລະ ເຢຍລະມັນ. ສ່ວນລາຍລະອຽດກ່ຽວກັບເຈົ້າໜ້າທີ່ຕຳຫຼວດທີ່ຈະໄປປະຈຳການແມ່ນຍັງບໍ່ທັນມີການເປີດເຜີຍ.