ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາຊຽນ-ນູແວນເຊລັງ ຊຸກຍູ້ການຮ່ວມມື ຫຼັງການແຜ່ລະບາດ ໂຄວິດ-19

     ສໍານັກຂ່າວຫວຽດນາມນິວ ລາຍງານໃນວັນທີ 11 ເມສາ ໃຫ້ຮູ້ວ່າ: ບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ແລະ ນູແວນເຊລັງ ໄດ້ໃຫ້ຄຳໝັ້ນ
ສັນຍາ ຈະເພີ່ມທະວີການຮ່ວມມື ພາຍຫຼັງບັນດາປະເທດສະມາຊິກອາຊຽນ ປະກາດແຜນການ ເປີດປະຕູຊາຍແດນຄືນໃໝ່.

     ໂດຍໄດ້ຍົກບັນຫາດັ່ງກ່າວທີ່ກອງປະຊຸມ ໂອ້ລົມສົນທະນາລະ ຫວ່າງ ອາຊຽນ-ນູແວນເຊລັງ ຄັ້ງທີ 29 ທີ່ໄດ້ດຳເນີນໃນວັນທີ 7 ເມສາ ຕາມຮູບແບບ
ທາງໄກ, ຄຳໝັ້ນ ສັນຍາ ດັ່ງກ່າວແມ່ນສ່ວນໜຶ່ງ ໃນຄວາມມານະພະຍາຍາມຟື້ນຟູ ພາຍຫຼັງການແຜ່ລະບາດໂຄວິດ-19 ເຊິ່ງໄດ້ກໍ່ຜົນກະທົບ ຢ່າງໃຫຍ່
ຫຼວງຕໍ່ສະພາບ ເສດຖະກິດ-ສັງຄົມ ຢູ່ອາຊຽນ ແລະ ນູແວນເຊລັງ. ທີ່ກອງປະຊຸມ ໂອ້ລົມສົນທະນາ, ບັນດາເຈົ້າໜ້າທີ່ SOM ອາຊຽນ ແລະ ນູແວນເຊລັງ
ກໍຮັບຮູ້ບົດບາດ ຕັ້ງໜ້າຂອງ ນູແວນເຊລັງ ໃນບັນດາກົນໄກ ໂດຍອາຊຽນ ນຳພາ, ພ້ອມທັງສະໜັບສະໜູນບົດບາດ ເປັນໃຈກາງ ຂອງອາຊຽນ ໃນການ
ຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ໃນພາກພື້ນ.

     ສອງຝ່າຍໄດ້ເນັ້ນໜັກເຖິງ ຄວາມສຳຄັນ ຂອງການເພີ່ມທະວີການຮ່ວມມືຜ່ານການຜັນຂະ ຫຍາຍ ປະສິດທິຜົນ ຂອງແຜນການ ກະທຳ ອາຊຽນ-ນູ
ແວນເຊລັງ ໃນໄລຍະ 2021-2025. ສອງຝ່າຍມີຄວາມປາດຖະໜາ ຢາກຊຸກຍູ້ການເຈລະຈາຍົກສູງ ສັນຍາການຄ້າເສລີ ອາຊຽນ-ອົດສະຕາລີ-ນູແວນ
ເຊລັງ (AANZFTA) ແລະ ການເຈລະຈາສັນຍາ ການບໍລິການທາງການບິນ ອາຊຽນ-ນູແວນເຊລັງ ໃຫ້ສຳເລັດໂດຍໄວ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 12/04/2022