ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

. ເກົາຫຼີ ກຳລັງ​ປະ​ເຊີນ​ກັບ​ການລະບາດ​ຂ​ອງ ​ໂຄ​ວິດ-19 ຮອບ​ໃໝ່


     ສໍານັກຂ່າວ ຊິນຮ່ວາ ໃຫ້ຮູ້ໃນ ວັນທີ 10 ທັນວານີ້ວ່າ: ອີງຕາມການລາຍງານຂອງພະແນກປ້ອງກັນການລະບາດຂອງ ສ. ເກົາຫຼີ, ເນື່ອງຈາກກວດພົບ
ຢ່າງຕໍ່ເນື່ອງຂອງກໍລະນີຜູ້ຕິດເຊື້ອໃໝ່, ພະແນກທີ່ກ່ຽວຂ້ອງຄາດວ່າ ຜູ້ຕິດເຊື້ອອາດຈະເກີນ 900 ຄົນ ຕໍ່ມື້ໃນອາທິດໜ້ານີ້.

     ທ່ານ ລົວເຊິງຊົງ ຫົວໜ້າ ໜ່ວຍສະເພາະກິດຕ້ານການແຜ່ລະບາດ ສ. ເກົາຫຼີ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວເປັນປະຈຳໃນວັນທີ 7 ທັນວາ ວ່າ:
ສ. ເກົາຫຼີ ກໍາລັງປະເຊີນກັບວິກິດການທີ່ຮ້າຍແຮງທີ່ສຸດນັບຕັ້ງແຕ່ມີການລະບາດ. ປັດຈຸບັນບໍ່ພຽງແຕ່ແຜ່ລາມໃນເຂດຊຸມຊົນຕົວເມືອງເທົ່ານັ້ນ, ແຕ່ຍັງ
ສືບຕໍ່ແຜ່ລະບາດໃນຂອບເຂດທົ່ວປະເທດ. ຖ້າທ່າອ່ຽງໃນປັດຈຸບັນ, ຈຳນວນກໍລະນີທີ່ໄດ້ຮັບການຢັ້ງຢືນໃໝ່ໃນມື້ດຽວມີເຖິງ 550-750 ໃນອາທິດນີ້,
ຄາດວ່າອາດຈະເກີນ 900 ຄົນ ຕໍ່ມື້ໃນອາທິດຕໍ່ໄປ. ໃນວັນທີ 7 ທັນວາ ໄດ້ເສຍ ຊີວິດເພີ່ມອີກ 4 ຄົນ, ລວມຜູ້ເສຍຊີວິດທັງໝົດ 549 ຄົນ.

     ສໍານັກຂ່າວ Yonhap ລາຍງານວ່າ: ໃນສອງອາທິດທີ່ຜ່ານມາ, ອັດຕາສ່ວນຂອງກໍລະນີທີ່ໄດ້ຮັບການຢືນຢັນຈາກແຫຼ່ງທີ່ບໍ່ຮູ້ຕົວໄດ້ເພີ່ມຂຶ້ນເປັນຈໍາ
ນວນຫຼາຍ. ປະຊາກອນໃນເຂດຕົວເມືອງໃນ ສ. ເກົາຫຼີ ກວມເອົາປະມານເຄິ່ງໜຶ່ງຂອງປະຊາກອນທັງໝົດ ແລະ ເປັນເຂດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດ. ລັດ
ຖະບານໄດ້ເພີ່ມລະດັບການປ້ອງກັນການລະບາດໃນເຂດຕົວເມືອງຂຶ້ນອີກ, ໂດຍຈະເພີ່ມຈາກຂັ້ນ 2,5, ເປັນ 3. ສ່ວນເຂດຊານເມືອງ ແມ່ນໃຫ້ຮັກສາ
ໃນລະດັບ 2. ທ່ານ ລີລິງໂຮ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ສະຫວັດດີການຂອງ ສ. ເກົາຫຼີ ກ່າວວ່າ: ຕ້ອງຄວບຄຸມການລະບາດພາຍໃຕ້ລະ
ດັບທີ່ເຂັ້ມງວດທີ່ສຸດ, ຖ້າບໍ່ດັ່ງນັ້ນຈຳນວນກໍລະນີຜູ້ຕິດເຊື້ອໃໝ່ຈະແຜ່ລາມ ແລະ ລະບົບການແພດຈະຖືກຄອບງຳ. ພ້ອມກັນນັ້ນຕ້ອງເພີ່ມປະສິດທິພາບ
ໃນການກວດ ແລະ ວິເຄາະເຊື້ອພະຍາດ, ໂດຍສະເພາະແມ່ນຕ້ອງເພີ່ມປະສິດທິພາບເຄື່ອງ ກວດນໍ້າລາຍໃຫ້ໄດ້ຮັບຜົນທີ່ຖືກຕ້ອງ ແລະ ວ່ອງໄວກວ່າເກົ່າ.

     ທ່ານ ມູນແຈອິນ ປະທານາທິບໍດີ ສ. ເກົາຫຼີ ໄດ້ຮຽກຮ້ອງໃຫ້ຂະຫຍາຍໂຄງການຄົ້ນຄວ້າ ແລະ ຕິດຕາມການລະບາດຂອງພະຍາດໃໝ່, ພ້ອມສົ່ງຕຳ
ຫຼວດ, ທະຫານ ແລະ ພະນັກງານທີ່ກ່ຽວຂ້ອງ ເພື່ອປະຕິບັດໜ້າທີ່ພາຍໃຕ້ການປະຕິບັດຂໍ້ກໍານົດຂອງປະທານາທິບໍດີ, ໂດຍສະເພາະແມ່ນໃນເຂດຕົວເມືອງ.

     ສຳນັກຂ່າວສານ Yonhap ລາຍງານວ່າ: ຈໍານວນຄົນປ່ວຍໜັກໃນ ສ. ເກົາຫຼີ ສະເລ່ຍໃນອາທິດທີ່ຜ່ານມາເພີ່ມຂຶ້ນ 26,3% ເມື່ອສົມທຽບກັບ
ອາທິດທີ່​ຜ່ານ​ມາ. ທ່ານ ລົວເຊິງຊົງ ກ່າວວ່າ: ເມື່ອລະບົບການແພດຕິດຂັດ, ເຊື້ອພະຍາດຮ້າຍແຮງ ແລະ ຄົນເຈັບສຸກເສີນບໍ່ໄດ້ຮັບການປິ່ນປົວທັນເວລາ,
ຄວາມໂສກເສົ້າທີ່ຫຼີກລ່ຽງບໍ່ໄດ້ກໍຈະເກີດຂຶ້ນໃນເວລານັ້ນ. ທ່ານ ຮຽກຮ້ອງໃຫ້ປະຊາຊົນເຮັດວຽກຮ່ວມກັນໃນອີກ 3 ອາທິດ ຂ້າງໜ້ານີ້ໃຫ້ຮ່ວມມືກັບລັດ
ຖະບານໃນການສະກັດກັ້ນກັບການລະບາດຂອງພະຍາດດັ່ງກ່າວ.