ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕາ​ລີ​ບັນ ຫຼອນ​ໂຈມ​ຕີ​ເຈົ້າໜ້າທີ່​ຂອງ​ຝ່າຍ​ລັດຖະບານ


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 9 ທັນວາ 2019 ນີ້ ວ່າ: ພາຍຫຼັງສີ້ນສຸດ ການປະກາດຢຸດຍິງຊົ່ວຄາວເປັນເວລາຫຼາຍຊົ່ວໂມງນັ້ນ ກຸ່ມ ຕາລີບັນ ກໍໄດ້
ເປີດສາກຫຼອນໂຈມຕີເຈົ້າໜ້າທີ່ຝ່າຍລັດຖະບານ ອາຟະການິດສະຖານ ທັນທີ.

     ໂຄສົກລັດຖະບານໄດ້ອອກມາຖະແຫຼງຢ່າງເປັນທາງການວ່າ: ໃນຕອນກາງຄືນຂອງວັນອັງຄານ ທີ່ຜ່ານມາ. ທັນທີທີ່ການປະກາດຢຸດຍິງສີ້ນສຸດລົງທາງ ກຸ່ມ ຕາລີບັນ
ໄດ້ໂຈມຕີສຳນັກງານ ຫ້ອງວ່າການ ເມືອງ ໂກຮີສະແຕນ. ເຊິ່ງເຮັດໃຫ້ເຈົ້າໜ້າທີ່ລະດັບສູງຂອງເມື່ອງດັ່ງກ່າວເສຍຊີວິດ 1 ຄົນ ແລະ ໄດ້ຮັບບາດເຈັບອີກ 18 ຄົນ.

     ເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ: ເມື່ອເຫດການມັນຮຸນແຮງຂຶ້ນ ສະນັ້ນ ທາງລັດຖະບານເອງກໍຈຳເປັນຕ້ອງໃຊ້ມາດຕະການຂັ້ນສູງໃນການຕໍ່ສູ້, ເປັນຕົ້ນແມ່ນຈະໄດ້ຍົກສູງ
ໃນທຸກດ້ານໃນການໂຈມຕີທັງໜ້າດີນ ແລະ ອາກາດ.

     ພາຍຫຼັງເກີດເຫດ ກຸ່ມ ຕາລີບັນ ກໍໄດ້ອອກມາສະແດງຄວາມຮັບຜິດຊອບຕໍ່ກັບເຫດການທີ່ເກີດຂຶ້ນ. ພ້ອມທັງໃຫ້ເຫດຜົນວ່າ: ເປັນການຕອບໂຕ້ທີ່ຝ່າຍລັດຖະບານ
ໂຈມຕີສະມາຊິກຂອງຕົນໃນອາທິດທີ່ຜ່ານມາ.

     ຄວາມຮຸນແຮງໃນປະເທດ ອາຟະການິດສະຖານ ໄດ້ທະວີເພີ່ມຄວາມຮຸນແຮງຂຶ້ນເລື້ອຍໆຕະຫຼອດໄລຍະເວລາທີ່ເກີດຄວາມບໍ່ສະຫົງບຂຶ້ນໄດ້ເຮັດໃຫ້ຜູ້ຄົນຫຼາຍກວ່າ
10 ພັນຄົນເສຍຊີວິດສ່ວນໃຫຍ່ແມ່ນພົນລະເຮືອນ ແລະ ອີກຫຼາຍລ້ານຄົນແມ່ນໄດ້ຮັບຜົນກະທົບ.