ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບູກີນາຟາໂຊ ຖືກໂຈມຕີ 2 ຄັ້ງ ໃນວັນດຽວກັນ ມີ​ຜູ້​ເສຍ​ຊີວິດ 29 ຄົນ


     ສຳນັກຂ່າວ ຊິນຮວ່າ ລາຍງານໃຫ້ຮູ້ວ່າ: ໃນວັນທີ 9 ກັນຍາ ທີ່ຜ່ານມາ. ລັດຖະບານ ບູກີນາຟາໂຊ ໄດ້ອອກຖະແຫຼງການໃນຕອນແລງວັນທີ 8 ກັນຍາ ວ່າ: ມີການ
ໂຈມຕີ 2 ຄັ້ງຢູ່ແຂວງ ຊານມາເຕນກາ ທາງພາກເໜືອຂອງປະເທດ, ສົ່ງຜົນໃຫ້ມີຜູ້ເສຍ ຊີວິດ 29 ຄົນ.

     ຖະແຫຼງການລະບຸວ່າ: ກຸ່ມຫົວຮຸນແຮງກຸ່ມໜຶ່ງໄດ້ໂຈມຕີຂະບວນລົດຂົນສົ່ງອາຫານ, ໄດ້ສັງຫານພົນລະເຮືອນ 14 ຄົນ ແລະ ເຜົາສິນຄ້າໃສ່ຍົນ. ໃນວັນດຽວກັນ ລົດ
ບັນທຸກຄັນໜຶ່ງຖືກລະເບີດແຕກຢູ່ແຄມທາງເຮັດໃຫ້ 15 ຄົນເສຍຊີວິດ ແລະ ອີກ 6 ຄົນໄດ້ຮັບບາດເຈັບ. ປັດຈຸບັນຍັງບໍ່ມີອົງການຈັດຕັ້ງໃດ ຫຼືບຸກຄົນໃດອ້າງວ່າເປັນຜູ້ກໍ່
ເຫດໂຈມຕີສອງຄັ້ງນີ້.

     ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ, ການໂຈມຕີໃນປະເທດ ບູກີນາຟາໂຊ ແມ່ນເກີດຂຶ້ນເລື້ອຍໆ ແລະ ສະຖານະການຄວາມປອດໄພກໍ່ຮ້າຍແຮງ. ໃນວັນທີ 19 ເດືອນ ສິງ
ຫາ ປີນີ້, ຄ້າຍທະຫານແຫ່ງໜຶ່ງໃນແຂວງ ຊໍາ ທາງພາກເໜືອໄດ້ຖືກກຸ່ມກໍ່ການຮ້າຍໂຈມຕີ ເຮັດໃຫ້ທະຫານຢ່າງໜ້ອຍ 10 ຄົນເສຍຊີວິດ.