ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຸ່ມ ອານ​ຊາ​ບັບ ​ໂຈມ​ຕີ​ກະຊວງ​ພາຍ​ໃນ​ຂອງ​ປະ​ເທດ ​ໂຊ​ມາລີ

     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 10 ມິຖຸນາ 2019 ນີ້ວ່າ: ເກີດເຫດຄົນຮ້າຍ ຫຼອນໂຈມຕີສຳນັກງານຂອງກະຊວງພາຍໃນຂອງປະເທດໂຊມາລີ ໃນ
ເບື້ອງຕົ້ນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 9 ຄົນ ແລະ ບາດເຈັບ ຈຳນວນຫຼາຍ.

     ເຈົ້າໜ້າທີ່ຕຳຫຼວດໃຫ້ຮູ້ວ່າ: ເຫດການດັ່ງກ່າວແມ່ນເກີດຂຶ້ນໃນຕອນເຊົ້າຂອງວັນທີ 9, ໂດຍຄົນຮ້າຍໄດ້ໃຊ້ວີທີການນຳເອົາລະເບີດຊຸກເຊື່ອງໄວ້ໃນລົດກະບະກ່ອນ
ຈະແລ່ນມາດ້ວຍຄວາມໄວສູງໄປຕຳກັບປະຕູທາງເຂົ້າ ກະຊວງ ຫຼັງຈາກນັ້ນຄົນຮ້າຍ ກໍໄດ້ໃຊ້ອາວຸດປືນໂຈມຕີທັນທີ ແລະ ມີການປະທະກັນກັບເຈົ້າ ໜ້າທີ່ຕຳຫຼວດເປັນ
ເວລາປະມານ 1-2 ຊົ່ວໂມງ. ຈາກການປະທະກັນ ເຈົ້າໜ້າທີ່​ໄດ້ວິສາມັນຄົນຮ້າຍ 3 ຄົນ.

     ຜູ້ເຫັນເຫດການເລົ່າວ່າ: ຜູ້ທີ່ ເສຍຊີວີດ ແລະ ບາດເຈັບສ່ວນໃຫຍ່ຍ້ອນຄວາມແຕກຕື່ນ ເຮັດໃຫ້ພວກເຂົາຕ້ອງໂດດຕຶກ ອອກທາງປ່ອງຢ້ຽມ ແລະ ອື່ນໆ ແຕ່ບາງ
ສ່ວນກໍ່ຖືກສັງຫານໂດຍກຸ່ມຄົນຮ້າຍ.

     ພາຍຫຼັງເກີດເຫດກຸ່ມ ອານຊາບັບ ເຊິ່ງເປັນເຄືອຂ່າຍດຽວກັບອານເຄດາອອກມາສະແດງ ຄວາມຮັບຜິດຊອບແຕ່ບໍ່ໄດ້ບອກເຫດຜົນໃນການໂຈມຕີຄັ້ງນີ້. ຢ່າງໃດ
ກໍ່ຕາມກຸ່ມ ອານຊາບັບ ໄດ້ເຮັດທຸກວິທີທາງເພື່ອເປັນການຕໍ່ຕ້ານລັດຖະບານ ໂຊມາລີ ນັບແຕ່ເດືອນ ຕຸລາ 2018 ມາຈົນຮອດປັດຈຸບັນນີ້ ອານຊາບັບ ໄດ້ກໍ່ເຫດຫຼາຍຄັ້ງ
ເຮັດໃຫ້ມີຜູ້ຄົນເສຍຊີວິດຫຼາຍກວ່າ 500 ຄົນ ແລະ ບາດເຈັບຈຳນວນຫຼາຍ.