ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ເລີ່ມໂຄງການສັກວັກຊີນປ້ອງ​ກັນ​ພະຍາດໂຄວິດ-19


     ສໍານັກຂ່າວ ບີບີຊີ ລາຍ ງານໃນວັນທີ 9 ມີນາ ນີ້ວ່າ: ໃນເວລາ 6 ໂມງເຊົ້າຂອງວັນທີ 8 ມີນາ ຫວຽດນາມ ໄດ້ເລີ່ມໂຄງການສັກວັກຊີນປ້ອງ​ກັນ
​ພະຍາດໂຄວິດ-19 ຢ່າງເປັນທາງການ, ຢູ່ທີ່ໂຮງໝໍພະຍາດເຂດຮ້ອນສູນກາງ ຫວຽດນາມ ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 900 ເຂັມ
ໃຫ້ແກ່ປະຊາຊົນ ຫວຽດນາມ ແລະ ພະນັກງານແພດໝໍທີ່ຕິດພັນກັບຜູ້ຕິດເຊື້ອໂດຍກົງ, ນອກຈາກນີ້ບັນດາສູນຕ່າງໆ ຍັງໄດ້ກວດຫາເຊື້ອແບບບໍ່ໄດ້ເສຍ
ຄ່າໃຫ້ແກ່ປະຊາຊົນ ລວມທັງແນະນໍາວິທີປ້ອງກັນເບື້ອງຕົ້ນໃຫ້ພວກເຂົາອີກດ້ວຍ.

     ອີງຕາມແຜນການໃໝ່, ລັດຖະບານ ຫວຽດນາມ ໄດ້ວາງ ຄາດໝາຍໃຫ້ພົນລະເມືອງຂອງຕົນອອກເປັນ 11 ປະເພດ ທີ່ຈະໄດ້ສັກວັກຊີນປ້ອງກັນພະ
ຍາດ ໂຄວິດ-19 ກ່ອນໝູ່. ໃນນັ້ນລວມມີ: ພະນັກງານການແພດ, ພະນັກງານປ້ອງກັນພະຍາດ, ພະນັກງານການທູດ, ພະນັກງານດ່ານພາສີ, ພາກສ່ວນ
ການທະຫານ, ຕໍາຫຼວດ, ຄູ-ອາຈານ, ປະຊາຊົນອາຍຸສູງກວ່າ 65 ປີ, ພະນັກງານຕ່າງໆ ທີ່ໃຫ້ບໍລິການສິ່ງອໍານວຍຄວາມສະດວກຂັ້ນພື້ນຖານໃນຕົວເມືອງ,
ຜູ້ມີພະຍາດຊໍາເຮື້ອ, ຜູ້ທີ່ຕ້ອງໄປຕ່າງປະເທດ ຍ້ອນໜ້າທີ່ວຽກງານ, ໄປຮຽນ ຫຼື ປະກອບ ອາຊີບ ພ້ອມທັງຜູ້ທີ່ເຮັດວຽກ ຢູ່ເຂດພະຍາດໂຄວິດ-19 ແຜ່
ລະບາດ.

     ຕາມແຜນການ ຫວຽດນາມ ຈະສັກວັກຊີນໃຫ້ປະຊາກອນທົ່ວປະເທດ 20% ເຊິ່ງເລີ່ມແຕ່ປີ 2021 ຫາປີ 2022 ແລະ ຈະສູ້ຊົນສໍາເລັດການສັກວັກ
ຊີນໃຫ້ແກ່ກຸ່ມຄົນທີ່ມີຄວາມສ່ຽງສູງ 95%. ປັດຈຸບັນຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດ ໂຄວິດ-19 ລວມທັງໝົດ 2.524, ໃນນັ້ນຜູ້ທີ່ໄດ້ຮັບ
ການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.920 ຄົນ ແລະ ຈໍານວນຜູ້ເສຍຊີວິດຍັງ 35 ຄົນ.