ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະບານ ສ ​ເກົາຫຼີ ກັບ​ພາກ​ທຸລະ​ກິດ​ໃນ​ການ​ຄວບ​ຄຸມພະ​ຍາດ


ທ່ານ ຊຸງເຊຍຸນ ນາຍົກລັດຖະມົນຕີສເກົາຫຼີ

     ສໍານັກຂ່າວເອເອັບພີລາຍໃນ ວັນທີ 10 ກຸມພາ ນີ້ວ່າ: ທ່ານ ຊຸງເຊ ຍຸນ ນາຍົກລັດຖະມົນຕີ ສ ເກົາຫຼີ ໄດ້ຮຽກຮ້ອງໃຫ້ເຈົ້າຂອງຮ້ານບັນເທີງ, ຮ້ານ
ອາຫານຕ່າງໆ ແລະ ພາກທຸລະກິດອື່ນໆ ໃນເຂດນະຄອນຫຼວງເຊອຸນ ໃຫ້ຄວາມຮ່ວມມືໃນເລື່ອງມາດຕະການເວັ້ນໄລຍະຫ່າງທາງສັງຄົມ ເພື່ອຄວບຄຸມ
ການແຜ່ລະບາດຂອງເຊື້ອ ໄວຣັດໂຄວິດ-19 ໃນໄລຍະວັນພັກເທດສະການປີໃໝ່ຈີນ.

     ທ່ານ ຊຸງເຊຍຸນ ກ່າວຕໍ່ທີ່ປະຊຸມ ຄະນະລັດຖະມົນຕີວ່າ: ທ່ານເຂົ້າໃຈຄວາມຮູ້ສຶກທີ່ບໍ່ພໍໃຈຂອງປະຊາຊົນ ແຕ່ຄະນະລັດຖະບານໄດ້ຕັດສິນໃຈເລື່ອງ
ມາດຕະການຕ່າງໆ ຫຼັງຈາກໄດ້ພິຈາລະນາຢ່າງຮອບຄອບເລື່ອງການຍອມຮັບ ຂອງສັງຄົມ ແລະ ຮັບຟັງຄວາມຄິດເຫັນທີ່ແຕກຕ່າງ ໃນໄລຍະເວລາປີໃໝ່
ຈີນ ເຊິ່ງຈະເລີ່ມຂຶ້ນໃນວັນທີ 11 ກຸມພານີ້, ເຊິ່ງຕາມປົກກະຕິິແລ້ວຈະມີປະຊາຊົນ ເກົາຫຼີ ຫຼາຍສິບລ້ານຄົນເດີນທາງໄປມາໃນທົ່ວປະເທດ ເພື່ອກັບຄືນ
ຖິ່ນຖານເພື່ອໄປພົບປະກັບສະມາຊິກໃນຄອບຄົວ.

     ສ ເກົາຫຼີ ໄດ້ພະຍາຍາມຄວບຄຸມການລະບາດຂອງ ເຊື້ອໄວຣັດໂຄວິດ-19 ດ້ວຍການໃຊ້ມາດຕະການເວັ້ນໄລຍະຫ່າງທາງສັງຄົມທີ່ເຂັ້ມງວດ ເຊິ່ງ
ລວມໄປເຖິງ ການຫ້າມໃຫ້ນັ່ງກິນອາຫານໃນຮ້ານອາຫານ ພາຍຫຼັງເວລາ 21:00 ແຕ່ໃນເຂດນອກ ນະຄອນຫຼວງ ເຊອຸນ ນັ້ນລັດຖະບານປະເຊີນກັບ
ຄວາມກົດດັນຢ່າງໜັກ ໜ່ວງຕ້ອງໄດ້ຍອມຮັບ ແລະ ຜ່ອນຜັນມາດຕະການ ເລື່ອງກໍານົດເວລາກິນອາຫານທີ່ຮ້ານອາຫານ ແລະ ພາກທຸລະກິດອື່ນໆ ຫຼາຍ
ກວ່າ 5 ແສນແຫ່ງ ໃຫ້ສາມາເປີດໃຫ້ບໍລິການໄດ້ຫຼັງ 21:00. ເຈົ້າຂອງທຸລະກິດໃນນະຄອນຫຼວງ ແລະ ຜູ້ປະກອບການອາຊີບອິດສະຫຼະໃນ ນະຄອນຫຼວງ
ໂຊ ແຂວງ ຄະຍອງກີ ແລະ ເມືອງ ທ່າອິນຊອນ ເຊິ່ງເປັນພື້ນທີ່ມີປະຊາກອນລວມຫຼາຍກວ່າ 25 ລ້ານຄົນ ໄດ້ຕໍານິລັດຖະບານຢ່າງຮຸນແຮງວ່າປະຕິບັດການ
ຢ່າງບໍ່ເປັນທໍາ.