ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ສັ່ງລະງັບຫຼາຍຖ້ຽວບິນ​ເພື່ອ​ສະກັດ​ກັ້ນໂຄວິດ-19 ກາຍພັນ


     ສໍານັກຂ່າວ ເອເອັບພີ ລາຍງານໃນ ວັນທີ 7 ມັງກອນ ນີ້ໂດຍອີງຕາມການ​ລາຍ​ງານສໍາງານນາຍົກລັດຖະມົນຕີຫວຽດນາມ ໄດ້ອອກຄໍາສັ່ງເມື່ອ ວັນ
ທີ 6 ມັງກອນວ່າ: ຫ້າມຖ້ຽວບິນໂດຍສານທີ່ມາຈາກກຸ່ມປະເທດທີ່ມີການກວດພົບການຕິດເຊື້ອໄວຣັດໂຄວິດ-19 ຊະນິດກາຍພັນເດີນທາງເຂົ້າ ຫວຽດ
ນາມ ເດັດຂາດ ເປັນຕົ້ນແມ່ນບິນມາຈາກ ອັງກິດ ແລະ ອາຟຣິກກາໃຕ້ ເຊິ່ງຢູ່ກຸ່ມປະເທດທໍາອິດທີ່ໄດ້ຮັບຜົນກະທົບຈາກເຊື້ອໄວຣັດກາຍພັນ.

     ກະຊວງສາທາລະນະສຸກ ແລະ ກະຊວງຄົມມະນາຄົມ ຫວຽດນາມ ຈະມີການຕັດສິນໃຈໃນພາຍຫຼັງວ່າ: ຈະສັ່ງຫ້າມຖ້ຽວບິນມາຈາກປະເທດອື່ນໆອີກ.
ເຊື້ອໄວຣັດ ກາຍພັນແບບໃໝ່ 2 ຊະນິດ ເຊິ່ງສາມາດແຜ່ເຊື້ອໄດ້ໄວກວ່າ ເຊື້ອໂຄວິດ-19 ຫຼາຍເທົ່າ ແລະ ຖືກກວດພົບຄັ້ງທໍາອິດໃນປະເທດ ອັງກິດ ແລະ
ອາຟຣິກກາໃຕ້ ໂດຍການລະບາດຂອງໂຄວິດ-19 ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນໄລຍະບໍ່ພໍເທົ່າໃດອາທິດຫຼ້າສຸດສົ່ງຜົນໃຫ້ຄະນະລັດຖະບານພາຍໃຕ້ການ
ນໍາຂອງ ທ່ານ ບໍຣິດ ຈອນສັນ ຕ້ອງໄດ້ເພີ່ມມາດຕະການປ້ອງກັນແບບເຂັ້ມງວດຫຼາຍຂຶ້ນ ເພື່ອພະຍາຍາມຄວບຄຸມອັດຕາການຕິດເຊື້ອແບບໃໝ່. ຫວຽດ
ນາມ ເຊິ່ງເປັນປະເທດທີ່ໄດ້ຮັບການຍ້ອງຍໍຈາກຫຼາຍໆປະເທດໃນໂລກ ຈາກການຕໍ່ຕ້ານສະກັດກັ້ນການແຜ່ລະບາດຂອງເຊື້ອໂຄວິດ-19 ແບບໄດ້ຜົນໃນ
ໄລຍະຜ່ານມາ.