ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະພາ​ແຫ່ງຊາດ​ຫວຽດນາມ-ຣັດ​ເຊຍ ສືບຕໍ່ຮ່ວມ​ມືຫຼາຍດ້ານ


     ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມລາຍງານໃນ ວັນທີ 9 ທັນວາ 2019 ນີ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ວ. ມາຕິນໂກບ ປະທານສະພາຜູ້
ແທນແຫ່ງຊາດ ສ ຣັດເຊຍ, ທ່ານ ນາງ ຫງວຽນທິກິມເງິນ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຣັດເຊຍ ຢ່າງເປັນທາງການໃນລະຫວ່າງວັນທີ
08-11 ທັນວາ 2019 ນີ້.

     ໃນ​ໂອກາດ​ນີ້. ຜູ້ແທນທັງສອງຝ່າຍກໍໄດ້ເຂົ້າຮ່ວມເປັນປະທານໃນພິທີພົບປະໂດຍທັງສອງຝ່າຍກໍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການຂອງອົງກອນໂດຍສັງເຂບ
ໃຫ້ກັນ ແລະ ກັນຊາບ. ໂດຍປະທານສະພາແຫ່ງຊາດ ຫວຽດນາມ ກໍໄດ້ຕີລາຄາຄືນໝາກຜົນຂອງການພົວພັນຮ່ວມມືລະຫວ່າງຫວຽດນາມ-ຣັດເຊຍ ໃນໄລຍະຜ່ານມາ,
ເວົ້າລວມ ເວົ້າສະເພາະກໍແມ່ນສອງອົງການນິຕິບັນຍັດຂອງ 2 ປະເທດ ໃຫ້ນັບມື້ນັບມີບາດກ້າວອັນໃໝ່, ສ່ວນທ່ານປະທານສະພາແຫ່ງຊາດ ຣັດເຊຍ ກໍສະແດງຄວາມ
ຊົມເຊີຍຕໍ່ການມາເຮັດວຽກຢ້ຽມຢາມຂອງຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໃນຄັ້ງນີ້ ເປັນປະທານປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນລະຫວ່າງ
ສອງປະເທດໃຫ້ນັບມື້ຮັດແໜ້ນຍິງ ຂຶ້ນທັງເປັນການແນໃສ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

     ພາຍຫຼັງທີ່ສຳ ເລັດການເຮັກວຽກຢູ່ ຣັດເຊຍ ແລ້ວຄະນະຜູ້ແທນສະພາແຫ່ງ ຊາດ ຫວຽດນາມ ຍັງ​ໄດ້ເດີນທາງໄປເຮັກວຽກຢູ່ທີປະເທດ ສ ເບລາຣຸດ ໃນລະຫວ່າງວັນ
ທີ 12-14 ທັນວາ 2019 ນີ້.