ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຈ ໄບເດັນ ວ່າ​ທີ່​ປະທານ​ນາ​ທິບໍດີ ຄົນທີ 46 ຂອງ​ ສະຫະລັດ​ ອາ​ເມ​ລິ​ກາ
ໂລກ​ອາດ​ມີ​ການ​ປ່ຽນ​ແປງ​ໃນ​ທາງ​ທີ່​ດີ​ຂຶ້ນ


     ການເລືອກຕັ້ງ ປະທານາທິບໍດີ ສະຫະລັດອາເມຣິກາ ໄດ້ປ່ອນບັດໃນ ວັນທີ 3 ພະຈິກ ທີ່ຜ່ານມາ, ເປັນການຊີງຕຳແໜ່ງປະທານາທິບໍດີລະຫວ່າງ ໂດນັນ ທຣຳ ປະ
ທານາ ທິບໍດີຄົນປັດຈຸບັນຕົວແທນຈາກ ພັກຣີພັບບຼິກກັນ ແລະ ທ່ານ ໂຈ ໄບເດັນ ຈາກ ພັກເດໂມແຄັຣດ, ໃນນັ້ນນະໂຍບາຍຫຼັກການຫາສຽງຂອງ ທຣຳ ຄືຈະສ້າງໃຫ້
ອາເມຣິກາ ກັບມາຍິງໃຫຍ່ອີກຄັ້ງ, ເຊິ່ງເປັນຄຳເວົ້າອັນເກົ່າທີ່ເຄີຍຫາສຽງໃນຄັ້ງຜ່ານມາ, ຈະສືບຕໍ່ຂຶ້ນພາສີການຄ້າກັບ ສປ ຈີນ, ຫຼຸດຈຳນວນທະຫານໃນຕາເວັນອອກ
ກາງ, ນຳເອົາ ອາເມຣິກາ ອອກຈາກອົງການຮ່ວມມືສາກົນ, ສ້າງອາຊີບຫຼັກໃຫ້ແກ່ຄົນທຸກຍາກ. ສ່ວນ ໂຈ ໄບເດັນ ອ້າງນະໂຍບາຍວ່າຈະຂຶ້ນພາສີແກ່ຜູ້ທີ່ມີລາຍຮັບສູງ,
ເພີ່ມເງິນເດືອນພື້ນຖານໃຫ້ແກ່ພະນັກງານ ແລະ ກຳມະກອນທົ່ວໄປ, ຫຼຸດຜ່ອນຄວາມເຄັ່ງຕຶງການຄ້າກັບ ຈີນ, ນຳເອົາ ອາເມຣິກາ ກັບຄືນສູ່ອົງການສາກົນຕ່າງໆ ທີ່ຖອນ
ຕົວອອກກ່ອນໜ້ານັ້ນ, ສົ່ງເສີມການສ້າງພະລັງງານສະອາດ ແລະ ຈະຫຼອມລວມຊາວ ອາເມຣິກາ ໃຫ້ກັບມາມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ, ສ້າງໃຫ້ປະຊາ
ຊົນພາຍໃນປະເທດມີສິດສະເໝີພາບກັນທຸກສີຜິວ.

     ການເລືອກຕັ້ງໃນຄັ້ງນີ້, ເປັນການເລືອກຕັ້ງແບບພິເສດ, ເນື່ອງຈາກທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ປະຊາຊົນຊາວ ອາເມຣິກາ ໄດ້ນຳໃຊ້ວິ
ທີການລົງຄະແນນສຽງຜ່ານຕູ້ໄປສະນີ ແລະ ອອກມາໃຊ້ສິດໃຊ້ສຽງຂອງຕົນກ່ອນວັນເລືອກຕັ້ງແທ້ເຖິງ 90 ລ້ານກວ່າ ຄົນ, ເຊິ່ງມັນສະແດງໃຫ້ເຫັນການກະຕືລືລົ້ນຂອງ
ປະຊາຊົນ ອອກໄປໃຊ້ສິດຫຼາຍທີ່ສຸດໃນປະຫວັດສາດຂອງ ສະຫະລັດ, ພາຍຫຼັງການເລືອກຕັ້ງນັບແຕ່ ວັນທີ 3 ພະຈິກ ຈົນມາຮອດປັດຈຸບັນ ການນັບຄະແນນທົ່ວປະເທດ
ແມ່ນສຳເລັດໂດຍພື້ນຖານ ແລະ ຜົນການນັບຄະແນນແບບບໍ່ເປັນທາງການປະກົດວ່າ: ໂຈ ໄບເດັນ ມີຄະແນນນຳ 290 ສຽງ ເປັນຜູ້ຊະນະແນ່ນອນແລ້ວ, ສ່ວນ ທຣໍາ ມີ
ຄະແນນສຽງພຽງ 214 ສຽງ. ສະນັ້ນ, ໃນຂະນະນີ້ ໄບເດັນ ກາຍເປັນ ວາທີ່ ປະທານາທິບໍດີຄົນທີ 46 ຂອງສະຫະລັດ ອາເມຣິກາ ເປັນທີ່ຮຽບຮ້ອຍແລ້ວ, ຄາດການວ່າ
ຈະເຂົ້າພິທີສາບານຕົນຮັບຕຳແໜ່ງຢ່າງເປັນທາງການໃນ ວັນທີ 20 ມັງກອນ 2021, ສ່ວນໂດນັນ ທຣໍາ ຕ້ອງກາຍເປັນອະດີດປະທານາທິບໍດີ ແລະ ມີເວລາຢູ່ໃນທຳນຽບ
ຂາວປະມານ 2 ເດືອນ ເພື່ອກະກຽມເອກະສານ ແລະ ມອບໜ້າທີ່ໃຫ້ແກ່ ໄບເດັນ.

     ຢ່າງໃດກໍຕາມ ໂດນັນ ທຣໍາ ຍັງບໍ່ຍອມໃຫ້ເລື່ອງນີ້ຈົບລົງແບບງ່າຍໆ ເນື່ອງຈາກວ່າໃນວັນທີ 9 ພະຈິກນີ້ ທຣໍາ ເດີນໜ້າໃຫ້ທີມງານດ້ານກົດໝາຍຮ້ອງຟ້ອງໄປຍັງ
ສານປົກຄອງຂອງທຸກເຂດທີ່ຕົນເອງ ປະລາໄຊ ໃຫ້ແກ່ ໄບເດນ, ນອກຈາກນີ້ຍັງຮຽກຮ້ອງໃຫ້ຄະນະກຳມະການຈັດການເລືອກຕັ້ງຢຸດຕິການນັບຄະແນນ, ໂດຍອ້າງວ່າ
ການເລືອກຕັ້ງໃນຄັ້ງນີ້ບໍ່ເປັນໄປຕາມກົດໝາຍ, ມີການສໍ້ໂກງການນັບຄະແນນ, ຮ້າຍແຮງໄປກວ່ານັ້ນຢູ່ໃນ ອາເມຣິກາ ໃນປັດຈຸບັນນີ້ມີການແບ່ງກຸ່ມອອກເປັນສອງກຸ່ມ
ຢ່າງເຫັນໄດ້ຢ່າງຊັດເຈນ, ຄືກຸ່ມສີແດງເປັນຝ່າຍຜູ້ທີ່ສະໜັບສະໜູນ ໂດນັນ ທຣໍາ, ສ່ວນ ກຸ່ມສີຟ້າ ເປັນຜູ້ສະໜັບສະໜູນ ໂຈ ໄບເດັນ, ມວນຊົນທັງສອງຝ່າຍໄດ້ອອກ
ມາເດີນຂະບວນປະທ້ວງຢູ່ໃນແຕ່ລະລັດ, ໂດຍສະເພາະຢູ່ໃນ ນະຄອນຫຼວງ ວໍຊິງຕັນ, ໂດຍຜູ້ສະໜັບສະໜູນ ທຣໍາ ໄດ້ຮຽກຮ້ອງໃຫ້ຢຸດຕິການນັບຄະແນນ, ຈັດການ
ເລືອກຕັ້ງໃໝ່, ສ່ວນອີກກຸ່ມຮຽກຮ້ອງໃຫ້ ໂດນັນ ທໍາ ຍອມຮັບຜົນການເລືອກຕັ້ງ.

     ພາຍຫຼັງຮູ້ຜົນແບບບໍ່ເປັນທາງການ ໂຈ ໄບເດັນ ອອກມາຖະແຫຼງການວ່າ: ຕົນເອງ ຮູ້ສຶກຊາບຊຶ້ງອົບອຸ່ນໃຈ ແລະ ກ່າວຂອບໃຈຢ່າງສູງຕໍ່ທຸກໆຄະແນນສຽງທີ່ປະຊາ
ຊົນມອບໝາຍໃຫ້ໃນຄັ້ງນີ້, ສັນຍາວ່າຕົນຈະເຮັດໜ້າທີ່ນີ້ໃຫ້ດີທີ່ສຸດ ເພື່ອຜົນປະໂຫຍດຂອງຊາດກໍຄືປະຊາຊົນຊາວ ອາເມຣິກາ ທຸກເຊື້ອຊາດທຸກກຸ່ມຄົນໂດຍບໍ່ຈຳແນກ
ສີຜີວ ແລະໃນອະນາຄົດຈະບໍ່ມີການແບ່ງແຍກເດັດຂາດເພາະວ່າຕົນພ້ອມ ດ້ວຍສະມາຊິກພັກ ກໍຄືສະມາຊິກສະພາ ສະຫະລັດ ຈະເຮັດທຸກວິທີທາງເພື່ອໃຫ້ ສະຫະລັດ
ກັບມາເປັນອັນໜຶ່ງອັນດຽວກັນ, ພິເສດ ນະໂຍບາຍການຕ່າງປະເທດວຽກງານນີ້ ຈະຕ້ອງໃຫ້ຄວາມສຳຄັນ​ເປັນອັນດັບຕົ້ນ, ໂດຍຈະນຳໃຊ້ທິດສະດີເອົາໃຈເພີ່ນມາໃສ່
ໃຈຕົນ, ໃຊ້ວິທີການປະນິປະນອມຫຼີກລ້ຽງການປະທະການທາງຈິດຕະວິທະຍາ ແລະ ການທະຫານ.

     ໂຈ ໄບເດັນ ປັດຈຸບັນນີ້ ອາຍຸ 78 ປີ, ເປັນທີ່ຮູ້ຈັກກັນເປັນຢ່າງດີໃນວົງການ ການເມືອງຂອງ ສະຫະລັດອາເມຣິກາ, ກ່ອນໜ້ານັ້ນ ໄບເດັນ ເຄີຍລົງສະໝັກຊີງຕຳແໜ່ງ
ປະທານາທິບໍດີແລ້ວ 2 ຄັ້ງ ແຕ່ບໍ່ປະສົບຜົນສຳເລັດ, ເນື່ອງຈາກຫຼາຍໆປັດໄຈຍັງບໍ່ທັນລົງຕົວ, ຕໍ່ມາເຄີຍດຳລົງຕຳແໜ່ງເປັນ ຮອງປະທານາທິບໍດີສອງສະໄໝຕິດຕໍ່ກັນ
ພາຍໃຕ້ການເປັນປະທານາທິບໍດີຂອງ ທ່ານ ບາລັກ ໂອບາມາ.

     ເມື່ອບໍ່ດົນມານີ້, ຜູ້ນຳຂອງບັນດາປະເທດຕ່າງໆໃນໂລກ ໂດຍສະເພາະແມ່ນປະເທດພັນທະມິດໄດ້ສົ່ງສານອວຍພອນສະແດງຄວາມຍິນດີກັບ ໂຈ ໄບເດັນ, ພ້ອມທັງ
ໃຫ້ສັນຍາສືບຕໍ່ຮັດແໜ້ນຮ່ວມອຸດົມການ, ຊຸກຍູ້ບັນດາແຜນການການຮ່ວມມືໃນອະດີດ ແລະ ໃນອະນາຄົດ ເພື່ອໃຫ້ເສດຖະກິດ ແລະ ຄວາມສະຖຽນລະພາບຂອງໂລກ
ເດີນຕໍ່ໄປ, ພ້ອມດຽວກັນນີ້ກໍຍັງມີບາງຫາງສຽງທີ່ຕຳນິການເລືອກຕັ້ງຂອງ ສະຫະລັດອາເມຣິກາ ວ່າບໍ່ເປັນໄປຕາມຫຼັກການປະຊາທິປະໄຕ, ສ້າງຄວາມແຕກແຍກລະ
ຫວ່າງກຸ່ມຄົນ.

     ນອກຈາກນີ້ບັນດານັກວິເຄາະການເມືອງຈາກທົ່ວໂລກ ຕ່າງກໍຕີລາຄາໄປໃນທິດທາງດຽວກັນວ່າຜູ້ທີ່ເສຍກໍຄວນຍອມຮັບຜົນ, ສ່ວນຜູ້ທີ່ຊະນະຄວນຈະເອົາເວລາມາ
ທົບທວນເຖິງທິດທາງການແກ້ໄຂບັນຫາເສດ ຖະກິດຂອງປະເທດ ໃຫ້ເດີນໜ້າໃນທ່າມກາງການແຜ່ລະບາດຂອງ ໂຄວິດ-19 ແລະ ຫວັງເປັນຢ່າງຍິ່ງວ່າການຂຶ້ນມາດຳລົງ
ຕຳແໜ່ງເປັນປະທານາທິບໍດີ ຂອງ ໂຈ ໄບເດັນ ນີ້ຈະເອົາບັນທັດຖານ ແລະ ການປ່ຽນແປງຂອງໂລກ ໄປໃນທິດທາງທີ່ດີກວ່າສະໄໝກ່ອນໆ.