ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີ​ຣັກ ປະກາດ​ໃຊ້​ດຳລັດວ່າ​ດ້ວຍ​ການ​ປະຕິ​ຮູ​ບການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 9 ຕຸລານີ້ວ່າ: ຄະນະລັດຖະບານ ອີຣັກ ພາຍໃຕ້ການນຳພາຂອງນາຍົກລັດຖະມົນຕີ ອາເດ ອັບເດວ ມາດີ ໄດ້ປະກາດ
ການປະຕິຮູບຫຼາຍສະບັບ ຫຼັງຈາກວາລະປະຊຸມ “ວິສາມັນ” ແກ່ຍາວຕະຫຼອດຄືນ, ເພື່ອຮັບມືກັບການປະທ້ວງຕໍ່ຕ້ານລັດຖະບານທີ່ແຜ່ລາມອອກໄປສົ່ງຜົນໃຫ້ມີຜູ້ເສຍຊີ
ວິດແລ້ວ 100 ກວ່າຄົນ ໃນໄລຍະທີ່ຜ່ານມາ. ດຳລັດທີ່ລັດຖະບານ ອີຣັກ ນຳອອກມາປະກາດໃຊ້ນັ້ນປະກອບມີຫຼາຍໂຄງການປະຕິຮູບຕາມແຜນການໃນຂົງເຂດຕ່າງໆ
ເຊັ່ນ: ການແບ່ງປັນທີ່ດິນ, ພັນທະການທະຫານ ແລະ ເພີ່ມລາຍຮັບ ດ້ານສະຫວັດດີການໃຫ້ແກ່ບັນດາຄອບຄົວທີ່ມີສະພາບຫຍຸ້ງຍາກ.

     ຄະນະກຳມະການສິດທິມະນຸດຂອງ ອີຣັກ ແຈ້ງໃຫ້ຮູ້ວ່າ: ນັບແຕ່ການປະທ້ວງເລີ່ມເກີດຂຶ້ນ ເມື່ອວັນທີ 1 ຕຸລາ ເປັນຕົ້ນມາ, ຈຳນວນຜູ້ເສຍຊີວິດຢູ່ໃນນະຄອນຫຼວງ
ແບກແດດ ແລະ ນະຄອນຕ່າງໆຢູ່ທາງພາກໃຕ້ ອີຣັກ ໄດ້ສູງເຖິງ 110 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກເກືອບ 4.000 ຄົນ.

     ຈາກສະພາບຄວາມເປັນຈິງທີ່ຫຍຸ້ງຍາກຢູ່ໃນ ອີຣັກ ນັ້ນ, ຜູ້ປະທ້ວງສ່ວນໃຫຍ່ເປັນຊາວໜຸ່ມໄດ້ພາກັນລົງສູ່ທ້ອງຖະໜົນເພື່ອສະເໜີໃຫ້ທາງການປະຕິຮູບເສດຖະກິດ,
ແກ້ໄຂວຽກເຮັດງານທຳ ແລະ ແກ້ໄຂການບໍລິການອັນເປັນພື້ນຖານຂອງພາກລັດເຊັ່ນ: ໄຟຟ້າ, ນ້ໍາປະປາ ແລະ ຢຸດຕິການສໍ້ລາດບັງຫຼວງ.

     ການປະທ້ວງໄດ້ກາຍເປັນການໃຊ້ຄວາມຮຸນແຮງສົ່ງຜົນໃຫ້ທາງການ ອີຣັກ ປະກາດໃຊ້ຄຳສັ່ງຫ້າມສັນຈອນຢູ່ໃນນະຄອນຫຼວງ ແບກແດດ ແລະ ງົດການສະໜອງການ
ບໍລິການອິນເຕີເນັດຢູ່ໃນເກືອບທຸກໆທ້ອງຖິ່ນ. ມາໃນວັນທີ 5 ຕຸລາ ລັດຖະບານ ອີຣັກ ໄດ້ຍົກເລີກຄຳສັ່ງຫ້າມສັນຈອນທີ່ມີຜົນບັງຄັບໃຊ້ໃນເວລາກາງເວັນຢູ່ໃນນະຄອນ
ຫຼວງ ແບກແດດ ແຕ່ຍັງຄົງປິດລ້ອມບັນດາເສັ້ນທາງທີ່ໄປສູ່ສະໜາມຫຼວງຍ້ອນກັງວົນວ່າຈະເກີດເຫດການຮຸນແຮງຈາກຜູ້ປະທ້ວງ.