ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕາ​ລີ​ບັນ ​ໂຈມ​ຕີ​ສຳນັກງານ​ຄວາມໝັ້ນຄົງ​ໃນ ອາ​ຟກາ​ນິດ​ສະຖານ

     ສຳນັກຂ່າວ ຣອຍເຕີ ລາຍງານໃນວັນທີ 8 ກໍລະກົດ 2019 ນີ້ວ່າ: ໄດ້ເກີດເຫດຄົນຮ້າຍຫຼອນໂຈມຕີດ້ວຍລະເບີດສະຫຼະຊີບ ໃສ່ສຳນັກງານຄວາມໝັ້ນຄົງຂອງ ແຂວງ
ກາຊີນີ ປະເທດອາຟນິດສະຖານ ເປັນເຫດໃຫ້ມີຜູ້ເສຍຊີວິດ ຈຳນວນ 12 ຄົນ ແລະ ບາດເຈັບເກືອບ 100 ຄົນ.

     ເຈົ້າໜ້າທີ່ຕໍາຫຼວດທ້ອງຖິ່ນ ໄດ້ເປີດເຜີຍວ່າ: ເຫດການດັ່ງກ່າວນີ້ ເກີດຂຶ້ນໃນຕອນເຊົ້າຂອງວັນອາທິດທີ່ຜ່ານມາ, ເຊິ່ງຄົນຮ້າຍໄດ້ນຳໃຊ້ລົດກະບະທີ່ຊຸກເຊື່ອງລະເບີດ
ໂຈມຕີເຂົ້າທາງໜ້າ ປະຕູໂຂງຂອງສຳນັກງານຄວາມໝັ້ນຄົງຂອງແຂວງດັ່ງກ່າວ.

     ຊາບີຮຸນເຣາະ ມູຈາຮິດ ໂຄສົກ ຂອງກຸ່ມຕາລີບັນໄດ້ອອກມາສະແດງຄວາມຮັບຜິດຊອບຕໍ່ເຫດການດັ່ງກ່າວ. ການໂຈມຕີຄັ້ງນີ້ເກີດຂຶ້ນໃນຂະນະທີ່ມີການເຈລະຈາສັນ
ຕິພາບຂອງອາຟການິດ ສະຖານຮອບໃໝ່ລະຫວ່າງຕົວແທນຂອງກຸ່ມຕາລີບັນ ແລະ ຕົວແທນຂອງ ສະຫະລັດອາເມຣິກາ ທີ່ຈັດຂຶ້ນຢູ່ນະຄອນຫຼວງ ໂດຮາ ປະເທດ ກາຕາ
ເພື່ອຫາທາງຢຸດຕິສົງຄາມທີ່ຍືດເຍື້ອຍາວນານ ມາກວ່າ 18 ປີ.