ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນເອກ ປຣະຢຸດ ຈັນໂອຊາ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ນາຍົກ​ລັດ​ຖະ​ມົນ​ຕີໄທ​ສະ​ໄໝທີ​ສອງ


ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ​ໄທ

     ສຳນັກຂ່າວ ໄທລັດລາຍງານໃນວັນທີ 6 ມິຖຸນາ 2019 ນີ້ວ່າ: ລັດຖະສະພາຊຸດໃໝ່ຂອງໄທທີ່ຫາກໍ່ສ້າງຕັ້ງຂຶ້ນໄດ້ລົງຄະແນນສຽງເລືອກຕັ້ງ ນາຍົກລັດຖະມົນຕີ ໄທ
ຄົນໃໝ່, ລະຫວ່າງທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ຊຸດແລ້ວນີ້ທີ່ສະເໜີຊື່ໂດຍພັກພະລັງປະຊາລັດ ແລະ ທ່ານ ທະນາທອນ ຈິງຣຸ່ງເຣືອງກິດ ຫົວໜ້າ
ພັກອະນາຄົດໃໝ່ທີ່ມີພັກເພື່ອໄທ ແລະ ພັກພັນທະມິດຮ່ວມອຸດົມການ 5 ພັກເປັນຜູ້ສະເໜີຊື່. ສ່ວນຜົນອອກມາກໍເປັນໄປຕາມຄາດຄື ພົນເອກປຣະຢຸດ ຈັນໂອຊາ ສາມາດ
ດຳລົງຕຳແໜ່ງ ນາຍົກລັດຖະ ມົນຕີ ໄດ້ອີກສະໄໝ.

     ວັນທີ 5 ມິຖຸນາ ສະມາຊິກວຸດທິສະພາ ແລະ ສະພາຜູ້ແທນລາຊະດອນໄດ້ຮ່ວມກັນເຂົ້າຮ່ວມກອງປະຊຸມຄົບຄະນະ, ທັງໝົດ 747 ທ່ານ, ກອງປະຊຸມໄດ້ຈັດຂຶ້ນເລີ່ມ
ແຕ່ 11 ໂມງເຊົ້າ, ວາລະປະຊຸມຕົ້ນຕໍກໍຄືເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່, ບັນດາສະມາຊິກສະພາທີ່ມາຈາກພັກການເມືອງຕ່າງໆໄດ້ຖົກຖຽງກັນໝົດມື້ໂດຍປິ່ນອ້ອມ
ບັນຫາຄຸນວຸດທິຂອງຜູ້ສະໝັກຮັບເລືອກຕັ້ງເປັນນາຍົກລັດຖະມົນຕີສອງທ່ານ.

     ຜ່ານການຖົກຖຽງກັນເປັນເວລາ 10 ກວ່າຊົ່ວໂມງ, ການປ່ອນບັດໄດ້ຈັດຂຶ້ນໃນເວລາປະມານ 23 ໂມງ. ທ່ານ ປຣະຢຸດ ຈັນໂອຊາ ໄດ້ຮັບຄະແນນສຽງເຫັນດີ 500
ຄະແນນສຽງໃນທີ່ສຸດ ແລະ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີໄທຊຸດທີ 30. ສ່ວນ ທ່ານ ທະນາທອນ ຈິງຣຸ່ງເຣືອງກິດ ນັ້ນໄດ້ຮັບຄະແນນເຫັນດີພຽງ 244 ສຽງ,
ງົດອອກສຽງ 3 ຈາກກໍລະນີດັ່ງກ່າວພາຍຫຼັງທີ່ໄດ້ນາຍົກລັດຖະມົນຕີຄົນໃໝ່ແລ້ວ ຫຼາຍຝ່າຍຕ່າງກໍຈັບຕາເບິ່ງການເມືອງໄທໃນຍຸກໃໝ່ທີ່ຈະບໍລິຫານປະເທດໂດຍ ພົນ
ເອກ ປຣະຢຸດ ຈັນໂອຊາ ຜູ້ເກົ່າແຕ່ທຸກຢ່າງອາດຈະບໍ່ຄືເກົ່າເນື່ອງຈາກບໍ່ມີອຳນາດມາດຕາ 44 ຄືແຕ່ກ່ອນ ແລະ ຫຼ້າສຸດຍັງມີຂ່າວວ່າພັກປະຊາລັດ ແລະ ພັກພັນທະມິດ
ເປັນຕົ້ນແມ່ນພັກພູມໃຈໄທ ແລະ ພັກປະຊາທິປັດຍັງຫາຂໍ້ສະຫຼຸບບໍ່ໄດ້ໃນການຈັດສັນແບ່ງປັນໂຄຕ່າ ຕຳແໜ່ງລັດຖະມົນຕີກະຊວງຕ່າງໆ.

     ໃນວັນທີ 6 ມິຖຸນາທີ່ຜ່ານມາພາຍຫລັງໄດ້ຮູ້ຜົນໂຫວດເລືອກ ນາຍົກລັດຖະມົນຕີແລ້ວມີປະຊາຊົນຈຳນວນໜຶ່ງໄດ້ມາໂຮມຕົວກັນປະທ້ວງບໍ່ຍອມຮັບ ພົນເອກ ປຣະ
ຢຸດ ຈັນໂອຊາ ເປັນນາຍົກລັດຖະມົນຕີຄົນ ໃໝ່ໂດຍໃຫ້ເຫດຜົນວ່າເປັນການສືບທອດອຳນາດ ຄສຊ ແລະ ຍັງເປັນການຊະນະເລືອກຕັ້ງແບບບໍ່ປອດໃສ ແລະ ຍັງເປັນການ
ໂກງ ສວ ທີ່ສັນຫາມາຈາກ ຄສຊ ເອງອີກ 250 ທ່ານ. ຜູ້ຄົນຈຳນວນຫຼາຍຕ່າງກໍໃຫ້ກຳລັງໃຈແກ່ ທ່ານທະນາທອນ ຈິງຣຸ່ງເຣືອງກິດ ຫົວໜ້າພັກອານາຄົດໃໝ່ທີ່ໄດ້ໃຈຄົນ
ລຸ້ນໃໝ່ແຕ່ໄປບໍ່ເຖິງຝັນເພາະ ສຽງ ສວ 250 ທ່ານທີ່ສັນຫາມາໂດຍ ຄສຊ.