ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ສົ່ງ​ວັກ​​ແຊັງ​ອອກ​ຊ່ວຍ​ເຫຼືອປະຊາ​ຄົມ​ໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ


ທ່ານ ຫວັງເວີນປິນ ໂຄສົກກະຊວງການຕ່າງປະເທດຈີນ ຖະແຫຼງການກ່ຽວກັບການພັດທະນາວັກ​ແຊັງໃໝ່ຫຼ້າສຸດ ໃນປະເທດ

     ສຳນັກຂ່າວຮ່ວາໃຫ້ຮູ້ໃນ ວັນທີ 8 ກຸມພານີ້, ໂດຍອ້າງຕາມ ທ່ານ ຫວັງເວີນປິນ ໂຄສົກ ກະຊວງການຕ່າງປະເທດຈີນ ໄດ້ອອກຖະແຫຼງການກ່ຽວ
ກັບການພັດທະນາວັກ​​ແຊັງ ໃໝ່ຫຼ້າສຸດໃນປະເທດ, ທ່ານກ່າວວ່າ: ຈີນ ໄດ້ຄົ້ນຄິດ ແລະ ຜະລິດວັກ​ແຊັງເປັນຈໍານວນຫຼວງຫຼາຍ, ເຊິ່ງສາມາດໃຫ້ການ
ຊ່ວຍເຫຼືອໄດ້ 53 ປະເທດ ທີ່ກຳລັງພັດທະນາ ແລະ ໄດ້ຈັດສົ່ງອອກວັກແຊັງ ໄປ 22 ປະເທດພັດທະນາ.

     ທ່ານກ່າວວ່າ: ຈີນ ໄດ້ເຂົ້າຮ່ວມຢ່າງຈິງຈັງໃນແຜນການຈັດຕັ້ງປະຕິບັດວັກຊີນປ້ອງກັນປອດອັກເສບສາຍພັນໃໝ່ຂອງ WHO ແລະ ໄດ້ຕັດສິນໃຈ
ໃຫ້ຢາວັກແຊັງ ຈຳນວນ 10 ລ້ານແກັດ ໃຫ້ແກ່ແຜນການຈັດຕັ້ງປະຕິບັດຊ່ວຍເຫຼືອປະຊາຄົມໂລກ, ສ່ວນໃຫຍ່ແມ່ນສຳລັບປະເທດກຳລັງພັດທະນາ. ຈີນ
ສະໜັບສະໜູນທັງ ບໍລິສັດພາຍໃນ ແລະ ຄູ່ຮ່ວມງານຕ່າງປະເທດ ເພື່ອຮ່ວມກັນຄົ້ນຄວ້າ-ພັດທະນາ ແລະ ຜະລິດ, ພ້ອມທັງສະໜັບສະໜູນໃຫ້ບັນດາບໍ
ລິສັດທີ່ກ່ຽວຂ້ອງ ສົ່ງອອກວັກແຊັງໄປຍັງບັນດາປະເທດ ທີ່ຕ້ອງການສັກຢາວັກ​ແຊ​ັງຢ່າງຮີບດ່ວນ.

     ພາຍຫຼັງການສົ່ງຢາວັກແຊັງ ຊ່ວຍເຫຼືອຄັ້ງທຳອິດແກ່ປະເທດປາກິດສະຖານ, ຈີນໄດ້ສືບຕໍ່ຈັດສົ່ງວັກແຊັງຊ່ວຍເຫຼືອ ກຳປູເຈຍ ແລະ ລາວ ໃນວັນ
ທີ 7 - 8 ກຸມພາ ຕາມລຳດັບ, ສົ່ງໃຫ້ປະເທດ ເປຣູ ວັນທີ 8 , ຈາກນັ້ນສົ່ງໄປປະເທດ ກີເນ ໃນວັນທີ 9. ລັດຖະບານຂອງປະເທດດັ່ງກ່າວ ຕ່າງກໍ່ສະແດງ
ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຈີນ ທີ່ໄດ້ສະໜອງວັກແຊັງ ເພື່ອຊ່ວຍເຫຼືອໃນການສະກັດກັ້ນພະຍາດລະບາດດັ່ງກ່າວ.

     ທ່ານກ່າວເນັ້ນອີກວ່າ: ນອກຈາກການຊ່ວຍເຫຼືອດັ່ງກ່າວແລ້ວ, ຈີນຍັງຈະສືບຕໍ່ຮ່ວມມືກັບບັນດາປະເທດທີ່ກ່ຽວຂ້ອງດ້ວຍວິທີທີ່ແຕກຕ່າງກັນ, ໃຫ້
ການສະໜັບສະໜູນ ແລະ ການຊ່ວຍເຫຼືອ ໃນຄວາມສາມາດຂອງຕົນ, ປະກອບສ່ວນຢ່າງຈິງ​ຈັງ ເພື່ອຊະນະພະຍາດໃນໄລຍະຕົ້ນ ແລະ ການກໍ່ສ້າງຊຸມຊົນ
ດ້ານສຸຂະພາບຂອງມວນມະນຸດ.