ປູຕິນ ຢ້ຽມຢາມ ຊີຣີ ທ່າມກາງສະຖານະການເຄັ່ງຕຶງ ລະຫວ່າງ ອີຣານ ແລະ ອາເມຣິກາ
ສຳນັກຂ່າວເອພີລາຍງານໃນ ວັນທີ 7 ມັງກອນ ວ່າ: ທ່ານ ວະລາດີເມຍ ປູຕິນ ປະທາ ນາທິບໍດີ ຣັດເຊຍ ໄດ້ເດີນທາງໄປຢ້ຽມຢາມ ຊີຣີ. ໂດຍບໍ່ໄດ້ແຈ້ງລ່ວງໜ້າອີກ
ທັງຖະແຫຼງ ການບໍ່ໄດ້ກ່າວເຖິງສະຖານະການໃນ ອີຣານ. ທ່າມກາງສະຖານະການເຄັ່ງຕຶງໃນພູມີພາກຈາກການປະເຊີນໜ້າລະຫວ່າງ ອາເມຣິກາ ກັບ ອີຣານ ຫຼັງ ເຫດ
ໂດຣນຂອງກອງທັບອາເມຣິກາລອບສັງຫານນາຍພົນຄົນສຳຄັນຂອງ ອີຣານ ຄື ທ່ານ ກາເຊມ ໂຊໄລມານີ.
ທ່ານ ປູຕິນ ເດີນທາງມາພົບທ່ານ ບາຊາອານ ອັດຊາດ ປະທານາທິບໍດີ ຊີຣີ ພັນທະມິດຄົນສໍາຄັນທີ່ເຮັດໃຫ້ຣັດເຊຍສົ່ງທະຫານ ແລະ ອາວຸດເຂົ້າຮ່ວມຮົບສົງຄາມກາງ
ເມືອງໃນ ຊີຣີ. ຕັ້ງແຕ່ປີ 2014 ຊ່ວງໄລຍະທີ່ລັດຖະບານ ຊີຣີ ຕົກຢູ່ໃນສະຖານະການຂັ້ນວິກິດຈົນຟື້ນຄືນກັບມາໄດ້, ໂດຍມີນາຍພົນ ໂຊໄລມານີ ຂອງ ອີຣານ ເປັນແນວ
ຮ່ວມສົ່ງກອງກຳລັງນັກຮົບທີ່ ອີຣານ ໜູນຫຼັງເຂົ້າມາຊ່ວຍ ແລະ ປະເຊີນໜ້າກັບທະຫານ ອາເມຣິກາ ທີ່ສົ່ງກອງກຳລັງ 600 ຄົນ ເຂົ້າມາ ຊີຣີ ໃນໄລຍະນັ້ນ. ການຢ້ຽມຢາມ
ຊີຣີ ຂອງ ທ່ານ ປູຕິນ ສອດຄ່ອງກັບສະຖານະການທີ່ ຣັດເຊຍ ພະຍາຍາມຊ່ວຍລັດຖະບານ ຊີຣີ ບຸກຢຶດແຂວງ ອິດລິບ ພາກຕາເວັນຕົກສ່ຽງເໜືອຂອງ ຊີຣີ ຖານທີ່ໝັ້ນສຸດ
ທ້າຍຂອງກຸ່ມກະບົດ.
ທ່ານ ດີມີຕຣີ ເປສຄອຟ ໂຄສົກລັດຖະບານ ຣັດເຊຍ ເຜີຍ ວ່າ: ທ່ານ ປູຕິນ ແລະ ທ່ານ ອັດຊາດ ພົບກັນທີ່ສູນບັນຊາການທາງທະຫານຂອງ ຣັດເຊຍ ໃນນະຄອນຫຼວງ
ດາມັສກັສ ຂອງ ຊີຣີ ເພື່ອຮັບຟັງສະຖານະການຫຼ້າສຸດ. ທັງນີ້ ທ່ານ ປູຕິນ ກ່າວວ່າ: ການຟື້ນຟູບູລະນະ ຊີຣີ ແມ່ນຈະ ຕ້ອງໃຊ້ເວລາ. ນອກນັ້ນ ຜູ້ນໍາທັງສອງຍັງຢ້ຽມຢາມ
ມັສຢິດອຸເມຍຢາດ ເຊິ່ງເປັນເມືອງເກົ່າຂອງ ເມືອງຫຼວງ ຊີຣີ ແລະ ຊົມສຸສານຂອງ ຈອນເດະ ແປບຕິສ ຜູ້ອຸທິດຕົນໃຫ້ທັງຊາວ ຄຣິສ ແລະ ຊາວ ມຸສລິມ. ນອກຈາກນີ້ ທ່ານ
ປູຕິນ ຍັງສະແດງຄວາມຍິນດີກັບທະຫານ ຣັດເຊຍ ໃນຊ່ວງວັນຢຸດ ຄຣິສມາສ ຂອງ ນິກາຍອໍໂທດ໋ອກ ທີ່ມະຫາວິຫານໃນນະຄອນຫຼວງ ດາມັສກັສ.