ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແກນ​ນຳ​ກຸ່ມ ຕາ​ລີ​ບັນ ​ໄດ້​ຮັບ​ອິດ​ສະຫຼະພາບ​ເພື່ອ​ແລກປ່ຽນກັບ​ຕົວ​ປະກັນ​ຊາວ​ອິນ​ເດຍ


     ສໍານັກຂ່າວ AFP ລາຍງານເມື່ອວັນທີ 8 ຕຸລາ 2019. ໂດຍອ້າງຈາກແຫຼ່ງຂ່າວຂອງ ກຸ່ມຕາລີບັນ ເຊິ່ງໄດ້ເປີດເຜີຍເມື່ອວັນຈັນທີ່ຜ່ານມາວ່າ: ສະມາຊິກກຸ່ມ ຕາລີບັນ
ລະດັບແກນນໍາ 11 ຄົນໄດ້ຮັບການປ່ອຍຕົວອອກຈາກຄຸກໃນເມືອງ ບາແກຣນ ທາງພາກຕາເວັນອອກຂອງ ອາຟການິດສະຖານ ເມື່ອວັນ ອາທິດ ທີ່ຜ່ານມາ ແລະ ໃນເວລາ
ດຽວກັນທາງກຸ່ມ ຕາລີບັນ ກໍໄດ້ປ່ອຍຕົວປະກັນຊາວອິນເດຍ 3 ຄົນເຊັ່ນດຽວກັນ ຈາກທັງໝົດ 6 ຄົນ ທີ່ເຮັດວຽກຢູ່ທີ່ໂຮງງານໄຟຟ້າແຫ່ງໜຶ່ງໃນແຂວງບັກລັນ ທາງພາກ
ເໜືອຂອງ ອາຟການິດສະຖານ. ໂດຍພົນລະເມືອງຊາວອິນເດຍກຸ່ມນີ້ຖືກລັກພາຕົວໄປເມື່ອເດືອນ ພຶດສະພາ ປີທີ່ຜ່ານມາ. ເຖິງແມ່ນວ່າທູດສະຫະລັດ ແລະ ທູດອິນເດຍປະ
ຈໍາຢູ່ນະຄອນຫຼວງກາບູນ ຕະຫຼອດຈົນຮອດລັດຖະບານ ອາຟການິດສະຖານ ຍັງບໍ່ໄດ້ອອກມາສະແດງທ່າທີຕໍ່ການລາຍງານດັ່ງກ່າວກໍຕາມ.

     ຄວາມເຄື່ອນໄຫວດັ່ງກ່າວ ເກີດຂຶ້ນໃນໄລຍະດຽວກັນກັບທີ່ ມຸເລາະ ອັບດຸນ ການີ ບາຣາດາ ຜູ້ຮ່ວມກໍ່ຕັ້ງກຸ່ມ ຕາລີບັນ ເຂົ້າພົບຫາລືກັບ ທ່ານ ຊັດເມຍ ຄາລີຊາດ ຜູ້
ແທນເຈລະຈາພິເສດຂອງສະຫະລັດດ້ານກິດຈະການສັນຕິພາບກັບກຸ່ມ ຕາລີບັນ ຢູ່ທີ່ນະຄອນຫຼວງ ອິດສະລາມາບັດປະເທດ ປາກິດສະຖານ. ໂດຍບໍ່ມີການເປີດເຜີຍຜົນ
ການຫາລື ເຊິ່ງການພົບກັນຄັ້ງນີ້ເປັນຄັ້ງທໍາອິດລະຫວ່າງທັງສອງຝ່າຍໃນຮອບ 1 ເດືອນ ຫຼັງຈາກປະທານາທິບໍດີ ໂດນັລ ທຣໍາ ປະກາດເມື່ອເດືອນທີ່ຜ່ານມາວ່າ: ການເຈ
ລະຈາສັນຕິພາບລະຫວ່າງສະຫະລັດກັບກຸ່ມ ຕາລີບັນ ຈົບສິ້ນເປັນການຖາວອນ.

     ຄະນະທີ່ທ່ານ ຊາມາໝຸດ ກູເຣຊີ ລັດຖະມົນຕີການຕ່າງປະເທດປາກິດສະຖານຕີລາຄາວ່າ: ຍັງມີໂອກາດທີ່ທັງສອງຝ່າຍຈະກັບມາເຈລະຈາກັນຢ່າງເປັນທາງການໄດ້ອີກ.
ສ່ວນ ມຸເລາະ ອັບດຸນການີ ບາຣາດາ ແລະ ຄະນະໄດ້ເດີນທາງກັບ ກາຕາ ທັນທີ ຫຼັງຈາກສໍາເລັດການພົບປະຫາລືກັບ ທ່ານ ຊັດເມຍ ຄາລີຊາດ ແລະ ໄດ້ປະຕິເສດໃຫ້ຂໍ້ມູນ
ກ່ຽວກັບການພົບກັນສອງຝ່າຍ.