ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຈົ້າໜ້າທີ່​ຕຳຫຼວດ ອາ​ຟກາ​ນິດສະຖານ ປະ​ທະ​ກັບ​ກຸ່ມ ຕາ​ລີ​ບັນ ຢ່າງ​ດຸ​ເດືອດ


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 6 ສິງຫາ 2019 ນີ້ວ່າ: ເຈົ້າໜ້າທີ່ຕຳຫຼວດຂອງ ອາຟການິດສະຖານ ໄດ້ເປີດສາກປະທະກັບກຸ່ມ ຕາລີບັນ ຢ່າງດຸເດືອ ຢູ່
ທາງພາກໃຕ້ຂອງ ແຂວງ ກັນດາຮາ ເຮັດໃຫ້ມີຜູ້ເສຍຊີວິດຈຳນວນຫຼາຍ.

     ເຫດການດັ່ງກ່າວເກີດຂຶ້ນໃນ ວັນອາທິດ ແລະ ຕໍ່ເນື່ອງມາຈົນເຖິງວັນຈັນທີ່ຜ່ານມາ ມີການຍິງ ຕໍ່ສູ້ກັນເປັນເວລາຫຼາຍຊົ່ວໂມງ, ໂດຍຝ່າຍກຳລັງລັດຖະບານປະກອບ
ດ້ວຍເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນ, ກຳລັງຫຼວງ ແລະ ກອງຕີພິເສດ ໄດ້ເຂົ້າໂຈມຕີຖານທີ່ໝັ້ນຈຸດລີ້ຊ່ອນຂອງກຸ່ມຫົວຮຸນແຮງ ຕາລີບັນ ແບບກະທັນຫັນ, ສາມາດສັງຫານ
ສະມາຊິກກຸ່ມ ຕາລີບັນ ໄດ້ຫຼາຍສິບຄົນ,ແຕ່ຍັງບໍ່ມີການຢືນຢັນເທື່ອ ເພາະຍັງຢູ່ໃນຂັ້ນຕອນກວດສອບລາຍລະອຽດ, ສ່ວນຝ່າຍລັດຖະບານ ແມ່ນໄດ້ຮັບການຢືນຢັນແລ້ວ
ວ່າເສຍຊີວິດ 7 ຄົນ ເປັນເຈົ້າໜ້າທີ່ຕຳຫຼວດທັງໝົດ ແລະ ບາດເຈັບ 19 ຄົນ.

     ເຫດການໃນ ອາຟການິດສະຖານ ເປັນສະຖານະການທີ່ທົ່ວໂລກກຳລັງຈັບຕາເບິ່ງ, ເພາະໄລ ຍະຫຼັງໆມານີ້ ເຫດການແມ່ນເກີດຂຶ້ນຢ່າງລຽນຕິດ ແລະ ມີລັກສະນະຮຸນ
ແຮງຂຶ້ນກວ່າເກົ່າຫຼາຍ,ເຖິງແມ່ນວ່າ ສະຫະລັດ ແລະ ຕົວແທນຝ່າຍຄ້ານຂອງ ອາຟການິດສະຖານ ຈະມີຄວາມພະຍາຍາມເຈລະຈາຫາທາງອອກຮ່ວມກັນກັບຝ່າຍ ຕາລີ
ບັນ. ແຕ່ກໍບໍ່ສາມາດບັນລຸຂໍ້ຕົກລົງໄດ້ ຍ້ອນຕ່າງຝ່າຍຕ່າງກໍບໍ່ຍອມຮັບເງື່ອນໄຂຂອງກັນ ແລະ ກັນໄດ້, ສະນັ້ນຄວາມຂັດແຍ້ງຈຶ່ງເກີດຂຶ້ນເປັນປະຈຳ.