ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາຣາບີ ຊາ​ອຸ​ດິດ ສືບຕໍ່​ໂຈມ​ຕີ​ທາງ​ອາກາດ​ໃສ່​ພຶ້ນທີ່​ຂອງ​ກຸ່ມ​ກໍ່ການ​ຮ້າຍ ຮູ​ຕີ


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 8 ເມສາ2019ນີ້ວ່າ: ກອງກຳລັງພັນທະມິດທີ່ ນຳໂດຍ ອາຣາບີຊາອຸດິດ ແລະ ຢູເອອີ ໄດ້ສືບຕໍ່ໂຈມຕີທາງອາກາດໃສ່
ບາງພື້ນທີ່ທີ່ເປັນບ່ອນລີ້ຊ່ອນຂອງກຸ່ມກະບົດ ຮູຕີ ຢູ່ທີ່ຊານເມືອງຂອງນະຄອນຫຼວງຊານາ ປະເທດເຢເມນ, ແຕ່ການໂຈມຕີຜິດເປົ້າໝາຍເຮັດໃຫ້ມີຜູ້ເສຍຊີວິດແລ້ວ 11
ຄົນໃນນັ້ນປະກອບ ມີເດັກນ້ອຍ 5 ຄົນ ແລະ ບາດເຈັບ 40 ກວ່າຄົນ.

     ການໂຈມຕີທາງອາກາດຂອງຝ່າຍພັນທະມິດໃນວັນອາທິດທີ່ຜ່ານມານັ້ນ. ເປັນການຕັດສິນໃຈທີ່ຜິດພາດ ສະນັ້ນການໂຈມຕີເທື່ອນີ້ສ້າງຄວາມເສຍຫາຍທາງຊີວິດ
ແລະ ຊັບສິນໃຫ້ແກ່ພົນລະເຮືອນເພາະຈຳນວນຜູ້ເສຍຊີວິດນັ້ນບໍ່ແມ່ນສະມາຊິກຂອງ ຮູຕີ, ແຕ່ເປັນນັກຮຽນຊັ້ນປະຖົມ.

     ການໂຈມຕີຂອງກອງກຳລັງພັນທະມິດໃນ ຄັ້ງນີ້ແມ່ນໂຈມຕີໂຮງຮຽນແຫ່ງໜຶ່ງ. ເຊິ່ງຝ່າຍພັນທະມິດເຫັນວ່າ ເປັນພຶ້ນທີ່ຂອງກຸ່ມ ຮູຕີ ເຮັດໃຫ້ເດັກນ້ອຍເສຍຊີວິດແລ້ວ
13 ຄົນ, ບາດເຈັບນັບຮ້ອຍຄົນ. ຢ່າງໃດກໍຕາມຍັງບໍ່ມີພາກສ່ວນຂອງຝ່າຍພັນທະມິດອອກມາສະແດງຄວາມຮັບຜິດຊອບ ຫຼື ຖະແຫຼງການໃດໆ. ສະຖານະການໃນເຢເມນ
ນັບມື້ຮຸນແຮງຂຶ້ນເລື້ອຍໆ ເຖິງແມ່ນວ່າຝ່າຍລັດຖະບານຈະພະຍາຍາມສະກັດກັ້ນແຕ່ກໍບໍ່ສາມາດຄວບຄຸມໄດ້, ນອກຈາກຄວາມຂັດແຍ້ງພາຍໃນແລ້ວ ຍັງມີການຂັດແຍ້ງ
ລະຫວ່າງຊົນເຜົ່າກຸ່ມນ້ອຍອີກ, ຍິ່ງເຮັດໃຫ້ຄວາມເຄັ່ງຮ້ອນທີ່ມີຢູ່ແລ້ວເພີ່ມຂຶ້ນຕື່ມ.