ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີຣານ ​ເປີດ​ສາກ​ຕອບ​ໂຕ້​ຍິງ​ຂີ​ປະ​ນາ​ວຸດ​ໃສ່​ຖານ​ທັບ​ອາ​ເມຣິກາ​ ຢູ່ ອີຣັກ


     ສຳນັກຂ່າວ ເອພີ ລາຍງານເມື່ອວັນທີ 8 ມັງກອນ ນີ້ວ່າ: ກອງກໍາລັງພິທັກການປະຕິວັດອີຣານ ເລີ່ມປະຕິບັດການຍິງຈະຫຼວດຢ່າງໜ້ອຍ 10 ລູກ ໂຈມຕີຖານທັບ
ອາກາດ ອັລ ອາຊາດ ທີ່ມີກອງກຳລັງນາວິກະໂຍທິນອາເມຣິກາ ປະຈຳການຢູ່ແຂວງ ອັນວາ ໃນພາກຕາເວັນຕົກຂອງ ອີຣັກ ເມື່ອຊ່ວງເຊົ້າມືດຂອງວັນພຸດ ຕາມເວລາທ້ອງ
ຖິ່ນ. ເບື້ອງຕົ້ນຍັງບໍ່ມີລາຍງານຄວາມສູນເສຍທີ່ຊັດເຈນ, ດ້ານກອງທັບອາເມຣິກາ ຍັງປະຕິເສດ ໃຫ້ຂໍ້ມູນເພີ່ມເຕີມສ່ວນທຳນຽບຂາວແຈ້ງພຽງວ່າ, ປະທານາທິບໍດີ
ໂດນັລ ທຣໍາ ໄດ້ຮັບລາຍງານແລ້ວ ແລະ ກຳລັງຕິດຕາມສະຖານະການຢ່າງ ໃກ້ຊິດ.

     ດ້ານສະຖານີໂທລະພາບແຫ່ງຊາດ ອີຣານ ລາຍງານວ່າ: ກອງກໍາລັງທາງອາກາດແຫ່ງ ກອງທັບພິທັກປະຕິວັດ ອີຣານ (IRGC) ເປີດສາກປະຕິບັດການທີ່ມີຊື່ວ່າ
“ນັກບຸນໂຊໄລເມນີ” ດ້ວຍການຍິງຂີປະນາວຸດນຳວິຖີຢ່າງໜ້ອຍ 10 ລູກ ໄປຍັງຖານທັບອາກາດ ອັລ ອາຊາດ ໃນ ອີຣັກ ທີ່ກອງທັບອາເມຣິກາ ເຂົ້າມານໍາໃຊ້ຄັ້ງທໍາອິດ
ເມື່ອຕອນເຮັດສົງຄາມໂຄ່ນລົ້ມອຳນາດອະດີດປະທານາທິບໍດີ ຊັດດໍາ ຮຸນເຊັນ ເມື່ອປີ 2003. ຂະນະດຽວກັນ IRGC ອອກປະກາດເຕືອນໄປຍັງກອງທັບອາເມຣິກາ ແລະ
ພັນທະມິດທີ່ຍັງປະຈຳການຢູ່ໃນ ອີຣັກ ໃຫ້ກຽມພ້ອມຮັບມືຄັ້ງຕໍ່ໄປ.