ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສາຍການບິນຂອງ ຟີລິບປິນ ປົດພະນັກງານປະມານ 2.700 ຄົນ


     ສຳນັກ​ຂ່າວ ເອພີ ລາຍງານໃນວັນທີ 7 ຕຸລາ 2020 ວ່າ: ສາຍການບິນແຫ່ງຊາດ ຟີລິບປິນ ໄດ້ອອກຖະແຫຼງການເລື່ອງເພີ່ມໂຕເລກການປົດພະນັກງານປະມານ
2.700 ຄົນ ຫຼື 35% ຂອງພະນັກງານທັງໝົດພາຍໃນປີນີ້. ສາເຫດຍ້ອນການລະບາດຂອງ ໂຄວິດ-19 ສ້າງແຮງກົດດັນມະຫາສານໃຫ້ກັບອຸດສາຫະກໍາ ການຂົນສົ່ງ
ທາງອາກາດຢ່າງໜັກໜ່ວງ.

     ທັງນີ້, ນັບຕັ້ງແຕ່ ຟີລິບປິນ ປະກາດປິດ​ເມືອງ ເມື່ອກາງເດືອນມີນາ ທີ່ຜ່ານມາ ແລະ ເລີ່ມຜ່ອນຄາຍໃນເດືອນເມສາ, ແຕ່ການຄວບຄຸມການເຂົ້າອອກປະເທດຍັງ
ເຂັ້ມງວດຢູ່ ສົ່ງຜົນໃຫ້ສາຍການບິນແຫ່ງຊາດຂອງ ຟີລິບປິນ ສາມາດເປີດໃຫ້ບໍລິການບໍ່ຮອດ 15% ເມື່ອທຽບກັບຕອນຍັງບໍ່ເກີດການແຜ່ລະ ບາດຂອງ ໂຄວິດ-19.
ເຊິ່ງໄດ້ສົ່ງຜົນໃຫ້ບໍລິສັດຂາດທຶນປະມານ 13.408 ລ້ານບາດ (ສະກຸນເງິນໄທ) ຫຼື ເພີ່ມຂຶ້ນເກືອບ 10 ເທົ່າເມື່ອທຽບກັບຊ່ວງເວລານີ້ຂອງປີທີ່ຜ່ານມາ.