ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກືອບໜຶ່ງລ້ານ​ຄົນ​ເສຍ​ຊີວິດ ຈາກ​ສົງຄາມ​ກາງ​ເມືອງ​ໃນ​ປະ​ເທດ ຊູ​ດັງ ​ໃຕ້


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 7 ຕຸລາ 2019 ນີ້ວ່າ: ອົງການ ສປຊ ແລະ ອົງການສັງເກດການດ້ານມະນຸດສະທຳ (OHCHR) ໄດ້ເປີດເຜີຍຂໍ້ມູນໃນ
ວັນສຸກ ທີ່ຜ່ານມາ, ໂດຍເນື້ອໃນຄ້າຍຄືກັນວ່າ: ໃນໄລຍະມໍ່ໆມານີ້ທາງລັດຖະບານຂອງ ຊູດັງ ໃຕ້ ໄດ້ສັ່ງໃຫ້ກອງກຳລັງ ຂອງຕົນເປີດສາກປະທະກັບກຸ່ມຫົວຮຸນແຮງພາຍ
ໃນປະເທດແບບເປີດກ້ວາງ. ພ້ອມທັງຍົກລະດັບໃນການໂຈມຕີທາງພາກພື້ນດິນເພື່ອຫວັງທີ່ຈະກວາດລ້າງ.

     ຕາມຂໍ້ມູນຂອງອົງການ ສປຊ ລາຍງານໃຫ້ຮູ້ຕື່ມອີກວ່າ: ນັບແຕ່ຕົ້ນປີ 2019 ເປັນຕົ້ນມາ ຈາກການປະທະກັນຂອງທັງສອງຝ່າຍແມ່ນໄດ້ເຮັດໃຫ້ພົນລະເຮືອນ ປະ
ມານ 232 ຄົນ ເສຍຊີວິດ. ເຊິ່ງສ່ວນໃຫຍ່ເປັນແມ່ຍິງ ແລະ ເດັກນ້ອຍ(ຄາດວ່າເປັນລູກເມຍຂອງສະມາຊິກກຸ່ມຫົວຮຸນແຮງ) ນອກຈາກນີ້ຍັງໄດ້ຮັບບາດເຈັບອີກຈຳນວນ
ຫຼາຍຈາກການໂຈມຕີຢ່າງຕໍ່ເນື່ອງ. ກອງກຳລັງລັດຖະບານສາມາດຍຶດເອົາພື້ນທີ່ຄືນມາໄດ້ຈຳນວນໜຶ່ງໃນນັ້ນປະກອບມີ 40 ບ້ານໃນເຂດເປົ້າໝາຍ.

     ສ່ວນອົງການສັງເກດການດ້ານມະນຸດສະທຳ (OHCHR) ໄດ້ລາຍງານວ່າ: ຄົນຮ້າຍໄດ້ກໍ່ ເຫດລັກພາຕົວເດັກນ້ອຍຈຳນວນ 100 ກວ່າຄົນ ​ແລະ ​ໄດ້​ປ່ອຍ​ຕົວ​ຈຳ
ນວນໜຶ່ງ​ໃນ​ເວລາ​ຕໍ່ມາສ່ວນທີ່ເຫຼືອແມ່ນ​ໄດ້ຖືກສັງຫານ. ສໍາລັບຄວາມຮຸນແຮງ ຫຼື ສົງຄາມກາງເມືອງໃນປະເທດ ຊູດັງ ໃຕ້ ແມ່ນມີແນວໂນ້ມເພີ່ມຂຶ້ນຢ່າງຕໍ່ເນື່ອງ. ເຊິ່ງ
ສັງເກດຈາກການປະທະກັນ ແລະ ການຫຼອນໂຈມຕີຂອງຝ່າຍກົງກັນຂ້າມ. ຊູດັງ ໃຕ້ ໄດ້ປະເຊີນກັບພາວະສົງຄາມກາງເມືອງມາເປັນເວລາ 5 ປີເຄິ່ງແລ້ວ, ຕະຫຼອດໄລຍະ
ເວລາທີ່ຜ່ານມາສົງຄາມໄດ້ຂ້າຊີວິດຜູ້ຄົນໄປແລ້ວເກືອບລ້ານຄົນເຊິ່ງ ສ່ວນໃຫຍ່ເປັນແມ່ຍິງ ແລະ ເດັກນ້ອຍ ແລະ ອີກຫຼາຍລ້ານຄົນໄດ້ຮັບຜົນກະທົບ.