ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະພາແຫ່ງຊາດ​ເລືອກ​ຕັ້ງ ທ່ານ ນາງ ຫວໍທິແອງຊວັນ ​ເປັນຮອງປະທານປະເທດ


ທ່ານ ນາງ ຫວໍທິແອງຊວັນ, ເລຂາຄະນະພັກແຂວງອານຢາງດຳລົງຕຳແໜ່ງເປັນຮອງປະທານປະເທດສສຫວຽດນາມຄົນໃໝ່

     ສຳນັກຂ່າວ ຫຽດນາມ ນີວຊ໌ ລາຍງານໃນຕອນບ່າຍ ວັນທີ 06 ເມສານີ້ວ່າ: ໂດຍສືບຕໍ່ວາລະເຮັດວຽກຂອງກອງປະຊຸມສະໄໝສາມັນ ເທື່ອທີ 11
ຂອງສະພາແຫ່ງຊາດ ຊຸດທີ XIV, ດ້ວຍບັດສະໜັບສະໜູນ 93,13%, ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິເລືອກຕັ້ງ ທ່ານ ນາງ ຫວໍທິແອງຊວັນ, ເລຂາ
ຄະນະພັກແຂວງ ອານຢາງ ດຳລົງຕຳແໜ່ງເປັນຮອງປະທານປະເທດ ສສ ຫວຽດນາມ ຄົນໃໝ່.

     ທ່ານ ນາງ ຫວໍທິແອງຊວັນ ເກີດປີ 1970, ບ້ານເກີດຢູ່ເມືອງ ຕິງບຽນ, ແຂວງ ອານຢາງ. ເປັນກຳມະການສູນກາງພັກຊຸດທີ XII, XIII; ເປັນສະມາ
ຊິກສະພາແຫ່ງຊາດຊຸດທີ XIV.

     ທ່ານນາງ ຫວໍທິແອງຊວັນ ເຄີຍຮັບດຳລົງຕຳແໜ່ງຕ່າງໆຄື ປະທານສະຫະພັນແມ່ຍິງ ແຂວງ ອານຢາງ, ຮອງຫົວໜ້າຄະນະຂົນຂວາຍປະຊາຊົນແຂວງໆ
ອານຢາງ; ຮອງປະທານ ຄະນະກຳມະການ ປະຊາຊົນແຂວງ ອານຢາງ, ຮອງເລຂາຄະນະພັກ ແຂວງໆ ອານຢາງ ອາຍຸການ 2010-2015; ເລຂາຄະນະພັກ
ແຂວງໆ ອານຢາງຊຸດທີ IX, XI. ນອກຈາກນີ້ສະພາແຫ່ງຊາດ ໄດ້ເລືອກຕັ້ງບັນດາກຳມະການຄະນະປະຈຳສະພາແຫ່ງຊາດຕື່ມອີກ.