ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເລຂາທິການ​ໃຫຍ່ ສປຊ ​ແລະ ຜູ້ນຳ ອີ​ຢີບ ເຫັນ​ໃນ​ຫຼາຍບັນຫາສຳຄັນ


     ໃນວັນທີ 5 ເມສາ 2019 ຜ່ານ​ມາ. ຕາມ​ການ​ລາຍ​ງານ​ຂອງ​ສຳນັກ​ຂ່າວ A F P ​ໃຫ້​ຮູ້​ວ່າ: ທ່ານ ອັບ ເດວ ຟັດຕາ ອັລ ຊີຊີ ປະທານາ ທິບໍດີ ອີຢິບ ໄດ້ມີການພົບປະ
ເຈລະຈາກັບ ທ່ານ ແອນໂຕນິໂອ ກູເຕີເຣດ ເລຂາທິ ການໃຫຍ່ສະຫະປະຊາຊາດທີ່ກຳລັງຢ້ຽມຢາມນະຄອນຫຼວງ ເລີແກ, ການ​ພົບ​ປະ​ຄັ້ງ​ນີ້ ເພື່ອແນໃສ່ແລກປ່ຽນກ່ຽວກັບ
ສະພາບການພາກພື້ນ ແລະ ເພື່ອຢຸດຕິວິກິດການຢູ່ບັນດາປະເທດອາຣັບ.

     ສອງຝ່າຍໄດ້ສຸມໃສ່ປຶກສາຫາລືກ່ຽວກັບຄວາມມານະພະຍາຍາມແກ້ໄຂວິກິດການຢູ່ ຊີຣີ, ລີບີ ແລະ ເຢເມນ, ພ້ອມ​ນັ້ນ ຍັງ​ໄດ້​ສຸມ​ໃສ່ແກ້ໄຂບັນຫາລະຫວ່າງອິດສະ
ຣາແອນ ​ແລະ ປາແລັດສະຕິນ ບົນພື້ນຖານອີງ​ໃສ່ມະຕິສາກົນ ແລະ ມາດຕະການແກ້ໄຂຂອງທັງສອງປະເທດ. ສ່ວນຝ່າຍ ອີຢິບ ໄດ້ຕີລາຄາສູງບັນດາຄວາມພະຍາຍາມ
ຂອງທ່ານເລຂາທິການໃຫຍ່ ສະຫະປະຊາຊາດ. ເພື່ອແນໃສ່ຊຸກຍູ້ການສ້າງສັນຕິພາບ ແລະ ຄວາມໝັ້ນຄົງຢູ່ ອາຟຣິກາ.

     ທ່ານ ເລຂາທິການໃຫ່ຍ ສປຊ ຍັງໄດ້ເນັ້ນໜັກເຖິງບົດບາດຄວາມສຳຄັນຂອງ ອີຢິບ ຢູ່ ລີບີ ໃນການສ້າງສະຖຽນລະພາບຢູ່ປະເທດນີ້ ແລະ ຕີລາຄາສູງຄວາມພະຍາ
ຍາມຂອງ ອີຢິບ. ໃນການສະກັດກັ້ນການປະທະກັນລະຫວ່າງປະເທດ ປາແລັດສະ ຕິນ ແລະ ອິດສະຣາແອນ, ສະຫະປະຊາຊາດ ແລະ ອີຢິບ ກຳລັງຮ່ວມມືເພື່ອຜັນຂະຫຍາຍ
ມາດຕະການແກ້ໄຂຂອງທັງສອງປະເທດ, ​ໂດຍ​ໃຫ້ ເຢຣູຊາແລັມ ​ເປັນນະຄອນຫຼວງຂອງທັງປາແລັດສະຕິນ ແລະ ອິດສະຣາແອນ.