ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສົນທິສັນຍາຫຼຸດອາວຸດຍຸດທະສາດ ສະບັບໃໝ່ລະຫວ່າງຣັດເຊຍ-ອາເມຣິກາ
ມີຜົນບັງຄັບໃຊ້ຢ່າງເປັນທາງການ


     ສຳນັກຂ່າວທາດຂອງ ຣັດເຊຍ ລາຍງານໃນ ວັນທີ 5 ກຸມພານີ້,ໂດຍອີງຕາມກະຊວງການຕ່າງ ປະເທດ ຣັດເຊຍ ໄດ້ອອກຖະແຫຼງການໃນເວັບໄຊ
ຂອງຕົນວ່າ: ສັນຍາລະຫວ່າງ ຣັດເຊຍ-ອາເມຣິກາ ກ່ຽວກັບການຂະຫຍາຍເວລາຂອງ “ສົນທິສັນຍາຫຼຸດອາວຸດ ຍຸດທະສາດສະບັບໃໝ່” ມີຜົນບັງຄັບໃຊ້
ຢ່າງເປັນທາງການແລ້ວ. ຖະແຫຼງການສະບັບນີ້ກ່າວວ່າ: “ສົນທິສັນຍາຫຼຸດອາວຸດຍຸດທະສາດສະບັບໃໝ່” ທີ່ຣັດເຊຍ ແລະ ອາເມຣິກາ ໄດ້ເຊັນກັນໃນ ວັນ
ທີ 8 ເມສາ ປີ 2010 ນັ້ນຈະສືບຕໍ່ຈັດຕັ້ງປະຕິບັດໄປອີກ 5 ປີຕາມເງື່ອນໄຂທີ່ລະບຸໄວ້ໃນສົນທິສັນຍາ, ຈົນຮອດ ວັນທີ 5 ກຸມພາ ປີ 2026.

     ຖະແຫຼງການຊີ້ໃຫ້ເຫັນວ່າ: ຣັດເຊຍ ແລະ ອາເມຣິກາ ເປັນສອງປະເທດມະຫາອຳນາດດ້ານອາວຸດນິວເຄຼຍ, ດັ່ງນັ້ນຈຶ່ງຕົກລົງປົກປັກຮັກສາຄວາມໂປ່ງ
ໃສ ແລະ ຄວາມສາມາດຄາດຄະເນໄດ້ທີ່ ຈຳເປັນໃນຂົງເຂດຄວບຄຸມກຳລັງຮົບຂອງສາກົນ, ກໍຄືການປົກປັກຮັກສາຄວາມດຸນດ່ຽງດ້ານຍຸດທະສາດຂອງ
ສາກົນ. ຖະແຫຼງການກ່າວເນັ້ນວ່າ: ອາເມຣິກາ ຕົກລົງຂະຫຍາຍເວລາປະຕິບັດ“ສົນທິສັນຍາຫຼຸດອາວຸດຍຸດທະສາດສະບັບໃໝ່”, ຈະສາມາດຊ່ວຍດັດແກ້
ຜົນກະທົບດ້ານລົບຍ້ອນ ອາເມຣິກາ ທຳລາຍສະພາບການຄວບຄຸມກຳລັງຮົບຂອງສາກົນ ແລະ ກົນໄກບໍ່ແຜ່ຜາຍອາວຸດນິວເຄຼຍໃນຫຼາຍປີມໍ່ໆມານີ້. ຣັດ
ເຊຍໄດ້ຮຽກຮ້ອງໃຫ້ ອາເມຣິກາມີຄວາມຮັບຜິດ ຊອບຕໍ່ຂົງເຂດຄວບຄຸມກຳລັງຮົບ ແລະ ຕອບສະໜອງຂໍ້ລິເລີ່ມຂອງຝ່າຍກົງກັນຂ້າມໃນທາງສ້າງສັນ.