ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານ​ນາ​ທິບໍດີ​ສະຫະລັດ ປະກາດ​ກຽມພ້ອມ​ສົ່ງ​ອາວຸດ​ໃໝ່ລ່າ​ສຸດ​ເພື່ອ​ໂຈມ​ຕີ ອີຣ່ານ


     ໃນ​ວັນ​ທີ 6 ມັງກອນ 2020 ຜ່ານ​ມາ​ນີ້. ຄວາມ​ຄືບໜ້າຂອງ​ປະທານ​ນາ​ທິບໍດີ ​ໂດ​ນັລ ທຣຳ ຂອງ​ສະຫະລັດ ຕອບ​ໂຕ້​ທ່າ​ທີ່​ຂອງ ອີຣ່ານ ທີ່​ຈະ​ປະກາດ​ໂຈມ​ຕີ​ອາ​ເມຣິ
ກາ, ຫຼັງຈາກ ສະຫະລັດ ​ໄດ້​ໂຈມ​ຕີ​ທາງ​ອາກາດ​ຂອງ​ທ່າອາກາດ​ນານາ​ຊາດ​ຂອງ​ນະ​ຄອນຫຼວງ ​ແບກ​ແດດ ຂອງ ​ອີຣ່ານ. ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ສຸກ​ທີ່​ຜ່ານ​ມາ ຈົນ​ເປັນ​ເຫດ
ໃຫ້​ນາຍ​ພົນ ກັດ​ຊິ​ມ ​ໂຊ​ເລ​ມາ​ນີ ຜູ້​ບັນຊາ​ການ​ກອງ​ກຳລັງ​ຂອງ ອີຣ່ານ ​ ​ເສຍ​ຊີວິດ.

     ລ່າ​ສຸດ ​ປະທານ​ນາ​ທິບໍດີ​ສະຫະລັດ ​ໂດ​ນັດ ທຳ ​ໄດ້​ອອກ​ມາ​ຂົ່ມຂູ່​ຢ່າງ​ຕໍ່​ເນື່ອງ​ໂດຍ​ກ່າວ​ວ່າ: ສະຫະລັດ​ອາ​ເມຣິກາ ​ໄດ້​ໃຊ້​ງົບປະມານ 2 ລ້ານໆ​ໂດ​ລາ ກັບ​ຍຸດ​ໂທ​ປະ
ກອນ​ທາງ​ທະຫານ, ຖ້າ ອີຣ່ານ ຍັງ​ມີ​ທ່າ​ທີ່​ຈະ​ໂຈມ​ຕີ​ຖາ​ນທັບ​ຂອງ​ສະຫະລັດ.