ກອງກຳລັງ ເອຢິບ ສາມາດສັງຫານກຸ່ມກໍ່ການຮ້າຍ ອີແອັດຊ໌ ( IS ) ໄດ້ 83 ຄົນ
ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 6 ພະຈິກ 2019 ນີ້ວ່າ: ສື່ມວນຊົນປະເທດເອຢິບ ໄດ້ຄັດເອົາຄຳຖະແຫຼງການຂອງກອງບັນຊາການໃຫຍ່ກອງທັບບົກເອ
ຢີບໃຫ້ຮູ້ວ່າ: ກອງທັບ ບົກສາມາດດັບສູນພວກກໍ່ການຮ້າຍໄດ້ 83 ຄົນ ຢູ່ທາງພາກເໜືອ ແລະ ພາກກາງຂອງແຂວງຊີໄນ ນັບຕັ້ງແຕ່ວັນທີ 28 ຕຸລາ ຫາ ວັນທີ 4 ພະຈິກ
2019 ທີ່ຜ່ານມາ.
ນອກຈາກນັ້ນ, ບັນດາກອງກຳລັງທະຫານທ້ອງຖິ່ນກໍໄດ້ຢຶດເກັບອາວຸດປະເພດຕ່າງໆໄດ້ເປັນຈຳນວນຫຼວງຫຼາຍມີທັງລູກປືນ, ອຸປະກອນລະເບີດປະດິດສ້າງເອງ ແລະ
ບັນດາອຸປະກອນນຳໃຊ້ພະລັງງານແສງຕາເວັນ. ບັນດາກຳລັງປະກອບອາວຸດ ເອຢິບ ຍັງໄດ້ທຳລາຍເຮືອນຮັງຂອງພວກກໍ່ການຮ້າຍໄດ້ 14 ແຫ່ງ, ພ້ອມທັງຍານພາຫະນະ
ລົດໂອໂຕ ແລະ ລົດຈັກຫຼາຍຄັນ.
ສໍາລັບປະເທດ ເອຢິບ ແມ່ນປະເຊີນກັບກອງກໍາລັງກໍ່ການຮ້າຍ ອີແອັດຊ໌ ( IS ) ຢ່າງຕໍ່ເນື່ອງ, ນັບສະເພາະໃນປີ 2019 ນີ້ກຸ່ມ ອີແອັດຊ໌ ( IS ) ໄດ້ກໍ່ຄວາມບໍ່ສະຫງົບ
ເປັນປະຈຳໃນບາງຂົງເຂດຂອງແຂວງ ຊີໄນ, ສ້າງຄວາມເສຍຫາຍຫຼາຍດ້ານໃຫ້ແກ່ລັດຖະບານ ເອຢິບ ລວມເຖິງເຮັດໃຫ້ພົນລະເຮືອນ ແລະ ເຈົ້າໜ້າທີ່ທະຫານ, ຕຳຫຼວດ
ເສຍຊີວິດຫຼາຍສິບຄົນ.