ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ພ້ອມ​ທີ່​ຈະ​ເຈລະຈາ​ກັບ ສະຫະລັດ​ອາ​ເມ​ລິ​ກາ ​ໃນ​ທຸກ​ຮູບ​ແບບ


     ສຳນັກຂ່າວ ທາດສ໌ ລາຍງານໃນວັນທີ 4 ຕຸລາ 2019 ນີ້ວ່າ: ປະທານາທິບໍດີ ວາລາດີເມຍ ປູຕິນ ໄດ້ກ່າວຄຳເຫັນຢູ່ເທິງເວທີປາໄສເສດຖະກິດທີ່ຈັດຂຶ້ນຢູ່ນະຄອນ
ຫຼວງ ມົດສະກູ, ໂດຍໄດ້ຢັ້ງຢືນເນັ້ນໜັກວ່າ: ຣັດເຊຍ ພ້ອມແລ້ວທີ່ຈະເຮັດວຽກຮ່ວມບໍ່ວ່າປະທານາທິບໍດີຄົນໃດທີ່ໄດ້ຮັບການເລືອກຕັ້ງຂອງ ອາເມຣິກາ ແລະ ຍັງຈະ​ມີ​
ການພົວພັນກັບ ວໍຊິງຕັນ ​ເພື່ອ​ປັບປຸງ​ສາຍ​ພົວພັນ​ຮ່ວມ​ມື​ໃຫ້​ມີ​ທ່າ​ອ່ຽງດີ​ຂຶ້ນ.

     ນອກ​ນັ້ນ​ຍັງ​ໄດ້​ກ່າວເຖິງການໂຕ້ຖຽງກັນຢູ່ ອາເມຣິກາ ກ່ຽວກັບການກ່າວຫາປະທານາ ທິບໍດີ ໂດນັລ ທຣຳ ຊອກຫາວິທີແຊກແຊງ ອູແກຣນ ​ເຊິ່ງຈະມີຜົນສະທ້ອນເຖິງ
ການເລືອກຕັ້ງປະທານາທິບໍດີ ອາເມຣິກາໃນປີ 2020, ທ່ານ ປູຕິນ ໄດ້ອອກສຽງປົກປ້ອງຄູ່ຕຳແໜ່ງ ອາເມຣິກາ ແລະ ຢືນຢັນວ່າ: ປະທານາທິບໍດີ ໂດນັລ ທຣຳ ໄດ້ສະເໜີ
ໃຫ້ຜູ້ຮ່ວມງານຄົນໜຶ່ງສືບສວນການສໍ້ລາດບັງຫຼວງທີ່ກ່ຽວຂ້ອງເຖິງສະມາຊິກໃນລັດຖະບານຊຸດກ່ອນ. ເລື່ອງແບບນີ້ບໍ່ວ່າການນຳປະເທດໃດ ກໍຕ້ອງປະຕິບັດເຊັ່ນກັນ.

     ທ່ານ ປູຕິນ ຍັງກ່າວອີກວ່າ: ຈະບໍ່ຄັດຄ້ານເລື່ອງປະກາດເນື້ອໃນຂອງບັນດາການໂອ້ລົມທາງ ໂທລະສັບລະຫວ່າງທ່ານກັບປະທານາທິບໍດີ ອາເມຣິກາ ແລະ ຍາມໃດ
ທ່ານກໍຄິດວ່າຕົນເອງ ກໍຄື ປະເທດ ຣັດເຊຍ ພ້ອມທຸກເວລາທີ່ຈະປຶກສາຫາລືກັບສະຫະລັດໃນທຸກຮູບແບບເພື່ອຫາທາງຮ່ວມ ໃນການຈະພັດທະນາສາຍພົວພັນລະຫວ່າງ
ສອງປະເທດ.