ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ຕີ​ລາຄາ​ສູງ ຈີນ ຄື​ປະ​ເທດ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​ໂລກ


     ສຳນັກຂ່າວ ຊິນຮວ່າ ລາຍງານໃນວັນທີ 3 ກັນຍາ ນີ້ວ່າ: ພາຍຫຼັງກອງປະຊຸມລັດຖະມົນຕີ ເສດຖະກິດການຄ້າອາຊຽນຄັ້ງທີ 52 ໄດ້ອັດລົງຢ່າງເປັນທາງການ ທ່ານ
ເຈິ່ນ ຕວນ ແອ໋ງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວ ໂດຍໄດ້ແນະນຳເນື້ອໃນກອງປະຊຸມ ແລະ
ຄວາມເປັນເອກະພາບກັນຫຼາຍດ້ານທີ່ໄດ້ບັນລຸໃນກອງປະຊຸມຄັ້ງນີ້.

     ໃນເວລາກ່າວເຖິງວິໄສທັດການຮ່ວມມືໃນອະນາຄົດລະຫວ່າງ ຈີນ-ອາຊຽນ, ທ່ານ ເຈິ່ນ ຕວນ ແອ໋ງ ກ່າວວ່າ: ບັນດາປະເທດອາຊຽນ ກັບ ຈີນ ໄດ້ມີກົນໄກການ
ຮ່ວມມືຢ່າງໝັ້ນທ່ຽງໃນໄລຍະຍາວ, ການຮ່ວມມືໃນຕໍ່ໜ້ານີ້ຈຶ່ງມີອະນາຄົດທີ່ກວ້າງຂວາງ. ໃນກອງປະຊຸມຕ່າງໆທີ່ກ່ຽວຂ້ອງຄັ້ງນີ້, ລັດຖະມົນຕີຂອງແຕ່ລະປະເທດໄດ້
ເຫັນດີເປັນເອກະພາບກັນກ່າວວ່າ: ໃນຕົ້ນປີ 2020, ໂດຍສະເພາະແມ່ນໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດທົ່ວໂລກ, ຈີນ ໄດ້ເສີມຂະ
ຫຍາຍບົດບາດສຳຄັນຕໍ່ການພັດທະນາດ້ານເສດຖະກິດຂອງອາຊຽນ, ອາຊີຕາເວັນອອກກໍຄືຂອງໂລກ. ລັດຖະມົນຕີເສດຖະກິດ ການຄ້າຂອງແຕ່ລະປະເທດເປັນເອກະສັນ
ກັນເຫັນວ່າ, ການແລກປ່ຽນດ້ານເສດຖະກິດການຄ້າລະຫວ່າງອາຊຽນ ກັບ ຈີນ ຈະເສີມຂະຫຍາຍບົດບາດທີ່ສຳຄັນອັນໃຫຍ່ຫຼວງຢ່າງຕໍ່ເນື່ອງ ເຊິ່ງບໍ່ພຽງແຕ່ມີຄວາມ
ສຳຄັນຕໍ່ ຈີນ ແລະ ອາຊຽນເທົ່ານັ້ນ, ຍັງຈະມີບົດບາດທີ່ສຳຄັນຕໍ່ພາກພື້ນກໍຄືທົ່ວໂລກອີກດ້ວຍ.