ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ ລີບີ ສືບຕໍ່​ໂຈມ​ຕີ​ກວາດ​ລ້າງ​ກຸ່ມ​ຫົວ​ຮຸນ​ແຮງ​ພາຍ​ໃນ​ປະ​ເທດ


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 2 ສິງຫາ 2019 ຜ່ານມານນີ້. ໂດຍອ້າງຄໍາ ຖະແຫຼງຂອງກອງທັບບົກ ລີບີ ວ່າ: ກອງທັບອາກາດໄດ້ເປີດສາກໂຈມຕີ
ທາງອາກາດໃສ່ກຸ່ມເປົ້າໝາຍທີ່ເປັນຈຸດລີ້ຊ່ອນຂອງກຸ່ມກະບົດ 3 ຈຸດ, ເຊິ່ງຕັ້ງຢູ່ບໍລິເວນໃກ້ກັບເມືອງ ເຊີທີ ເຊິ່ງຫ່າງຈາກນະຄອນຫຼວງໄປທາງທິດຕາເວັນອອກປະມານ
450 ກິໂລແມັດ.

     ໂຄສົກຂອງກອງທັບ ລີບີ ໄດ້ ອອກຖະແຫຼງການວ່າ: ພາຍຫຼັງ ກຸ່ມກະບົດ ອານເຄດາ ໄດ້ແຕກກະຈາຍອອກຈາກຕົວເມືອງ ເບັງຮາຊີ, ເຊິ່ງເປັນໄລຍະທີ່ກຸ່ມດັ່ງກ່າວ
ຍັງບໍ່ທັນທ້ອນໂຮມກຳລັງໄດ້ ສະນັ້ນທາງກອງກຳລັງຝ່າຍລັດຖະບານຈຶ່ງໄດ້ໃຊ້ໂອກາດນີ້ ໂຈມຕີທາງອາກາດດ້ວຍການ ນໍາໃຊ້ຍົນສູ້ຮົບ 4 ລຳ ເພື່ອເປັນການຕັດຕອນ
ຕັດເສັ້ນຂອງການຕິດຕໍ່, ເຊິ່ງການໂຈມຕີນີ້ ຈະແບ່ງອອກເປັນ 3 ຈຸດ ໂດຍຈຸດທຳອິດທາງກອງທັບ ລີບີ ໄດ້ໂຈມຕີໃນຕອນເຊົ້າ ແລະ ອີກສອງຈຸດນັ້ນແມ່ນໂຈມຕີໃນ
ຕອນທ່ຽງເວລາໃກ້ຄຽງກັນ.

     ສຳລັບເມືອງ ເຊີທີ ທີ່ຕັ້ງຢູ່ທາງພາກໃຕ້ຂອງປະເທດ ລີບີ ໃນເມື່ອກ່ອນເຄີຍເປັນຖານທີ່ໝັ້ນສຳຄັນຂອງກຸ່ມ ອີ​ແອັດຊ໌ ( IS ). ແຕ່ໃນໄລຍະຫຼັງໆມານີ້ ໄດ້ກາຍມາ
ເປັນບ່ອນລີ້ຊ່ອນ ແລະ ວາງແຜນຂອງກຸ່ມ ອານເຄດາ. ນັບສະເພາະແຕ່ເດືອນ ສິງຫາ 2018 ຈົນມາຮອດປັດຈຸບັນນີ້ ເປັນເວລາຄົບຮອບ 1 ປີ ເຊິ່ງເກີດການຕໍ່ສູ້ກັນຫຼາຍ
ຄັ້ງລະຫວ່າງຝ່າຍລັດຖະບານ ແລະ ຝ່າຍກົງກັນຂ້າມ ເຮັດໃຫ້ເຈົ້າໜ້າທີ່ທະຫານຂອງ ລີບີ ເສຍຊີວິດປະມານ 141 ຄົນ ແລະ ບາດເຈັບຈຳນວນໜຶ່ງ.

     ຜູ້ບັນຊາການຂອງກອງທັບ ລີບີ ໃຫ້ຮູ້ວ່າ: ສະມາຊິກຂອງກຸ່ມ ອານເຄດາ ນີ້ແມ່ນເດີນທາງ ມາຈາກເມືອງ ຈູຟຣາ ໃນທ້າຍປີ 2017 ເຊິ່ງຫ່າງຈາກເມືອງ ເຊີທີ ປະມານ
240 ກິໂລແມັດ. ຢ່າງໃດກໍຕາມສໍາລັບການໂຈມຕີໃນເທື່ອນີ້ ຍັງບໍ່ມີການເປີດເຜີຍເຖິງຕົວເລກຂອງຜູ້ເສຍຊີວິດ ແລະ ບາດເຈັບ ເພາະທຸກຢ່າງຍັງຢູ່ໃນຂັ້ນຕອນສືບສວນ
ແລະ ພິສູດ.